ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບຍີ່ປຸ່ນ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
​ຕ້ອນຮັບ​ທ່ານ Tshutumu Takebe
(ພາບ: TTXVN)

(vovworld) – “ຫວຽ​ດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຍີ່ປຸ່ນ” ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ທີ່​ການ​ຕ້ອນຮັບ​ທ່ານ Tshutumu Takebe ທີ່​ປຶ​ກສາ​ພິ​ເສດສຳພັນ​ທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່​ພວມ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່​ມສ້າງ​ຕັ້ງມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ທ່ານ Takebe, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ຈະ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​​ໂຮງຮຽນ​ທຳ​ການ​ເຄື່ອນ​ໄຫວ​ໃນ​ເດືອນ 9/2016 ​ແລະ ກາຍ​ເປັນ​ໂຮງຮຽນ​ມີ​ອິດທິຜົນ​ຊື່​ສຽງ​ຢູ່ ຫວຽດນາມ ​ແລະ ພາ​ກພື້ນ​ໂດຍ​ໄວ. ທ່ານ​ປະທານ​ປະ​ເທດ​ກໍ່​ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ແບ່ງປັນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ພາລະກິດ​ສ​້າງສາ​ປະ​ເທດ​ຊາດ ພິ​ເສດ​ແມ່ນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຜະລິດ​ກະສິກຳ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ຍັງເນັ້ນ​ໜັກ​ວ່າ ຈະ​ສ້າງ​ທຸກ​​ເງື່ອນ​ໄຂ ​ເພື່ອ​ໃຫ້ 2 ຝ່າຍ​ຈັດ​ຕັ້ງ​ບັນດາ​ການ​ເຄື​່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫລາຍ​ກ່ວາ​ອີກ​, ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ທ່ານ Takebe ຖື​ວ່າ: ​ເລື່ອງ​ສ້າງ​ຕັ້ງມະ​ຫາ​ວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ຜັນ​ຂະຫຍາຍ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ບັນດາພະ​ແນ​ກ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽ​ກຮ້ອງ​ຕ້ອງການ​ພັດທະນາ ບໍ່​ພຽງ​ແຕ່​ສະຫງວນ​ໃຫ້ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ພັດທະ​ນອອກ​ສູ່​ພາກ​ພື້ນ​​ເທື່ອ​ລະ​ກ້າວ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ