ຫວຽດນາມຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າແລະມີຄວາມຮັບຜິດຊອບຂອງສະຫະພັນລັດຖະສະພາໂລກ

ຫວຽດນາມຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າແລະມີຄວາມຮັບຜິດຊອບຂອງສະຫະພັນລັດຖະສະພາໂລກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ​ເລ​ຮ່ວາຍ​ຈູງ
(ພາບ: Nguyễn Hữu Trung/TTXVN)

(vovworld) – ວັນ​ທີ 19/5, ຢູ່​ສຳນັກງານ ສປຊ ທີ່ ນິວຢອກ, ​ປະ​ເທດ ອາ​ເມ​ລິ​ກາ, ສະມັດ​ສາ​ໃຫຍ່ ສປຊ ​ໄດ້​ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ຄົບຄະນະ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ ສປຊ, ບັນດາ​ລັດຖະສະພາ ​ແລະ ສະຫະພັນ​ລັດຖະສະພາ​ໂລກ (IPU), ອົງການ​ສາກົນ​ໃຫຍ່​ກ່ວາ​ໝູ່​ທີ່​ຕາງໜ້າ​ໃຫ້ລັດຖະສະພາ​ປະ​ເທດຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ​ເລ​ຮ່ວາຍ​ຈູງ, ຫົວ​ໜ້າ​ຄະນະ ຫວຽດນາມ ປະຈຳ ສປຊ, ​ເນັ້ນ​ໜັກ​ວ່າ: ​​ໂດຍແມ່ນ​ສະມາ​ຊິກທີ່ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ IPU ​ໃນ​ຕະຫຼອດ 35 ປີຜ່ານມາ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ສປຊ ຕາມ​ຄະຕິ, ຈຸດປະສົງ​ລວມຂອງ​ອົງການ​ນີ້, ​ແລະ ຍຸ້​ແຮງ​ການ​ພົວພັນ​ກັບ​ບັນດາ​ລັດຖະສະພາ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ລັດຖະສະພາ IPU ຄັ້ງ​ທີ 132 ຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ 3/2015 ດ້ວຍ​ຫົວ​ຂໍ້​ວ່າ: “ລັດຖະສະພາ ​ແລະ ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015”. ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ: ສະພາບ​ການ​ສັບສົນ ​ແລະ ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ຫຼາຍ​​ແຫ່ງ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຄວາມ​ເຄັ່ງ​ຕຶງ​ພວມ​ຜັນ​ແປ​ໄປ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍິ່ງ​ສະ​ແດງໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ​ໃນ​ໂລກ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຕັດສິນ​ໃຈ​ຊຸກຍູ້​ການ​ປະຕິບັດ​ຕາມ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ເຄົາລົບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາ​ປະ​ເທດ, ບໍ່​ນາບ​ຂູ່ນຳ​ໃຊ້ ​ຫຼື ນຳ​ໃຊ້​ອາວຸດ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ສາກົນ​ດ້ວຍ​ສັນຕິ​ວິທີ​ຕາມ​ຂໍ້​ກຳນົດ​ຂອງ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

   



ຂ່າວ/ບົດ​ອື່ນ