ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ,ມີຄວາມຮັບຜິດຂອງສະຫະປະຊາຊາດ

ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ,ມີຄວາມຮັບຜິດຂອງສະຫະປະຊາຊາດ - ảnh 1
ທ່ານຫງວຽນ​ທ້ຽນ​ເຢີນ ຕ້ອນ​ຮັບ ທ່ານ​ນາງ Pratibha Mehta

(vovworld)- ຫວຽດ​ນາມ ​ຍາມ​ໃດ​ກໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ ​ຂ​ອງ​ສະ​ຫະ​ປະ​ຊາ​ຊາດ ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຢີນ ໃນ​ການຕ້ອນ​ຮັບ ທ່ານ​ ນາງ Pratibha Mehta ຜູ້​ປະ​ສານ​ງານ​ປະ​ຈຳ ຂອງສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 18/10, ຢູ່​ຮ່າ​ໂນຍ. ເນື່ອງ​ໃນ​ໂອ​ກາດ ທີ່ ທ່ານ ນາງ​ ສີ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ ຢູ່​ຫວຽດ​ນາມ. ທ່ານ ຫງວຽນ​ທ້ຽນ​ເຢີນ ຕີ​ລາ​ຄາ​ສູງ ທ່ານ ນາງ Pratibha Mehta ໃນ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ ປະ​ຈຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໃນ 5 ປີ​ຜ່ານ​ມາ ໄດ້​ມີ​ການ​ເຄື່ອນ​ໄຫວ ມີ​ຂ​ໍ້​ລິ​ເລີ່ມ​ໜູນ​ຊ່ວຍ ຫວຽດ​ນາມ ຫຼາຍ​ຢ່າງ ໃນຫຼາຍ​ຂົງ​ເຂດ. ທ່ານ ຫງວຽນ​ທ້ຽນ​ເຢີນ ປາດ​ຖະ​ໜາ​ວ່າ: ທ່ານ ນາງ Pratibha Mehta  ດ້ວຍ​ຖາ​ນະ​ຕຳ​ແໜ່ງ ວຽກ​ງານ​ໃໝ່​ຈະ​ສືບ​ຕໍ່​ ມີ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບການ​ເສີ​ມ​ຂະ​ຫຍາຍ ປະ​ຊາ​ທິ​ປະ​ໄຕ, ປຸກ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ລຸ່ນ​ໜຸ່ມ ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ.

        ສ່ວນ ທ່ານ ນາງ Pratibha Mehta ກໍ່​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ ຕໍ່​ການ​ພັດ​ທະ​ນາ, ປ່ຽນ​ແປງ​ໃໝ່ ຂອງ​ຫວຽດ​ນາມ ໃນ​ຕະຫຼອດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ. ທ່ານ ນາງ Pratibha Mehta ປາດ​ຖະ​ໜາ​ວ່າ​: ຜູ້​ສືບ​ທອດ​​ບົດ​ບາດ ​ຜູ້​ປະ​ສານ​ງານປະ​ຈຳ ​ຂອງສະ​ຫະ​ປະ​ຊາ​ຊ​າດ ຢູ່​ຫວຽດ​ນາມ ຈະ​ສືບ​ຕໍ່​ມ​ີ​ບັນ​ດາ​ການ​ປະ​ກອບ​ສ່ວນ, ​ແບ່ງ​ປັນ​ບົດ​ຮຽນ, ຊ່ວຍ​ເຫຼືອ​ຫວຽດ​ນາມ ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ