ຫວຽດນາມຕັ້ງຫນ້າກະກຽມເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊແຕ່ຕົ້ນປີ2014

 ຫວຽດນາມຕັ້ງຫນ້າກະກຽມເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊແຕ່ຕົ້ນປີ2014 - ảnh 1
​ທ່ານ​ເລ​ຮ່ວາຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສປຊ
photo:internet

 (vovworld)-  ​ທ່ານ​ເລ​ຮ່ວາຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສປຊ ​ໃຫ້​ຮູ້​ຄື​ດັ່ງກ່າວ​ໃນ​ການພົບ​ປະ​ກັບ​ນັກ​ຂ່າວ​ຢູ່​ນອກ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ເລ​ຮ່ວາຍ​ຈູງ​ແລ້ວ, ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ​ແມ່ນ​ຄວາມມານະ​ພະຍາຍາມ​ມຸ່ງ​ໄປ​ເຖິງ​ບົດບາດ​ໃຫຍ່​ກວ່າໃນ​ເວທີ​ສາກົນ​ຂອງ​ຫວຽດນາມ. ທ່ານ​ເລ​ຮ່ວາຍ​ຈູງ ​ເນັ້ນ​ຫນັກ​ວ່າ:

        “​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ແຕ່​ດົນ​ນານ​ມາ​ແລ້ວ​ແມ່ນ​ສະຫນັບສະຫນູນ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ປະຕິບັດ​ຢ່າງຖືກຕ້ອງ​ກັບກົດ​ບັດ ສປຊ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຊາດ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ. ທັດ​ສະ​ນະ​ຂອງ​ຫວຽດນາມ​ນັ້ນ​ແມ່ນ ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຄື່ອງມື​ຊ່ວຍ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອ​ດ​ໄພສາກົນ. ສຳ​ລັບ ຫວຽດນາມ, ​ແມ່ນ​ປະ​ເທດ​ມີ​ມູນ​ເຊື້ອ​ຮັກຫອມ​ສັນຕິພາບ, ຍາມ​ໃດ​ຫວຽດນາມ​ກໍ​ປາດ​ຖະຫນາ​ຢາກ​ປະກອບສ່ວນ​​ໃຫ້​ແກ່​ສັນ​ຕິ​ພາບ​ໃນ​ໂລກ ​ແລະ ຢາກ​ປະກອບ​ສ່ວນ​ເຂົ້າ​ໃນ​ຄວາ​ມສາມັກຄີ​ສາກົນ​ໃນ​ຂົງ​ເຂດ​ດັ່ງກ່າວ. ”

ຕາມ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ​ແລ້ວ, ຫວຽດນາມ ພວມ​ຕັ້ງຫນ້າ​ກະກຽມ​ບາງ​ເນື້ອ​ໃນ​ເພື່ອ​ເຂົ້າ​ຮ່ວມ​ກຳລັງ​ດັ່ງກ່າວ​ໃນ​ຕົ້ນ​ປີ 2014.

 

ຕອບກັບ

ຂ່າວ/ບົດ​ອື່ນ