ຫວຽດນາມຕັ້ງໜ້າປັບປຸງບັນດາຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສສາສະໜາແລະກົດໝາຍວ່າດ້ວຍສະມາຄົມ

ຫວຽດນາມຕັ້ງໜ້າປັບປຸງບັນດາຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສສາສະໜາແລະກົດໝາຍວ່າດ້ວຍສະມາຄົມ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ຫງວຽນ​ທ້າຍ​ບິ່ງ
ຕອນຮັບ​ເອກ​ອັກ​ຄະ​ລັດຖະອາ​ເມ​ລິ​ກາ ປະຈຳ​ຫວຽດນາມ
(ພາບ: vietnamnet)


(vovworld) – ວັນ​ທີ 04/11, ​ທີ​່ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດວິສາມັນ, ຜູ້​ມີ​ອຳນາດ​​ເຕັມ​​ແຫ່ງ​ສະຫະລັດອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນຫວຽດນາມ ຫງວຽນ​ທ້າຍ​ບິ່ງ ​ໃຫ້​ຮູ້​ວ່າ, 2 ກົ​ດໝາຍ​ສຳຄັນ, ​ແມ່ນ​ເສົ້າ​ຄ້ຳ​ຂອງ​ພື້ນຖານການ​ບໍລິຫານລັດ​ຫວຽດນາມ ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ, ນັ້ນ​​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ​ແລະ​ ກົດໝາຍ​ວ່າດ້ວຍອຳນາດ​ການ​ປົກຄອງ​ທ້ອງຖິ່ນ. ກະຊວງ​ພາຍ​ໃນ ກໍ​ໄດ້​ຮັບ​ມອບ​ໝານ​ຈາກ​ລັດຖະບານ ​ໃຫ້​ເປັນ​ເຈົ້າ​ການ​ສ້າງ ​2 ຮ່າງ​ກົດໝາຍນັ້ນ​ແມ່ນ: ​ກົດໝາຍວ່າ​ດ້ວຍ​ການ​ເຫຼ້ືືອມ​​ໃສ​​ສາສະໜາ​ ແລະ​ ກົດໝາຍ​ວ່າ​ດ້ວຍ​ສະມາຄົມ ​ເພື່ອ​ແນ​ໃສ່ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ, ​ຈັດ​ຕັ້ງ​ໃນ​ວິວັດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ກ່ຽວ​ຂ້ອງ​ເຖິງ​ສະມາຄົມ ​ແລະ ບັນ​ດາ​ອົງການ​ສາສະໜາ​ຢູ່​ຫວຽດນາມ. ທ່ານເອກ​ອັກ​ຄະ​ລັດຖະທູ​ດ Ted Osius ຢືນຢັນ​ວ່າ, ​​ໃນ​ຖາ​ນະຕຳ​ແໜ່​ງຂອງ​ຕົນ, ​​ໄລຍະ​ຈະ​ມາ​ເຖິງ, ບັນດາ​ນັກ​ຊ່ຽວຊານ​ອາ​ເມ​ລິ​ກາ ຈະ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດ​ຮຽນ​ກັບ​ຫວຽດນາມ​ໃນ​ວິວັດ​ການ​ສ້າງ​​ກົດໝາຍ​ວ່າ​ດ້ວຍການ​​ເຫຼື້​ອມ​ໄສ​​ສາສະໜາ​ ແລະ​ ກົດໝາຍ​ວ່າ​ດ້ວຍ​ສະມາຄົມ, ບົນ​ຈິດ​ໃຈ​ຮ່ວມ​ມື, ສະໜັບສະໜູນ​ຜົນສຳ​ເລັດ​ຂອງ​ຫວຽດນາມ, ບົນ​ພື້ນຖານ​ເຄົາລົບ​ປະ​ເທດ​ຫວຽດນາມ ​ເອກະລາດ, ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ວັດ​ທະນາ​ຖາວອນ.

ຂ່າວ/ບົດ​ອື່ນ