ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດອາຊຽນ25

ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດອາຊຽນ25 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ
(ພາບ​ປະ​ກອບ)

(vovworld) – ຕອນ​ຄ່ຳ​ວັນ​ທີ 13/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ Nay Pyi Taw, ມຽນ​ມາ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 25 ແລະ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ ອາຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື.

        ເມື່ອ​ຕອບ​ຄ​ຳ​ຖາມ​ຂອງ​ສື່ມວນ​ຊົນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ເຂົ້າ​ໃນ​ຜົນ​ສ​ຳ​ເລັດ​ຂອງກອງ​ປະ​ຊຸມ​ຄັ້ງ​ຕ່າງໆ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ຢັ້ງ​ຢືນ​ດ້ວຍ​ທິດ​ນຳ “ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ”, ຫວຽດ​ນາມ ສືບ​ຕໍ່​ຍົກ​ສູງ​ຄວາມ​ສາ​ມັກ​ຄີ ແລະ​ ເປັນ​ເອ​ກະ​ພາບ​ອາ​ຊຽນ. ຫວຽດ​ນາມ ກໍ່ມີ​ຂໍ້​ສະ​ເໜີ​ສຳ​ຄັນຫຼາຍ​ຢ່າງ ​ໃນ​ການ​ກຳ​ນົດ​ບັນ​ດາ​ປັດ​ໄຈ​ຕົ້ນ​ຕໍ​ຂອງວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊ​ຽນ ໃນ​ປີ 2015, ເປັນ​ພື້ນ​ຖານ​ເພື່ອ​ສືບ​ຕໍ່​ສ້າງ, ຫັນ​ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ ອາ​ຊຽນ ໄລ​ຍະ 2016 – 2025 ເປັນ​ລະ​ອຽດ. ຫວຽດ​ນາມ ກໍ່​ສະ​ເໜີ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ການ​ສະ​ກັດ​ກັ້ນ ແລະ ແກ້​ໄຂ​ການ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ​ຄື: ຄວາມ​ສະ​ຫງົບ, ຄວາມ​ປອດ​​ໃນການ​ເດີນ​ທະ​ເລ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ, ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດຢັ້ງ​ຢື​ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ລວມ​ຂອງ​ທ​ຸກໆ​ປະ​ເທດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ ແມ່ນ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​​ໃນການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຢ່າງ​ເຂັ້ມ​ງວດ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ກັນດ້ວຍ​ສັນ​ຕິ​ວິ​ທີ, ບໍ່​ເປີດກ​້​ວາງ ຫຼື ເຮັດ​ໃຫ້​​ສະ​ພາບ​ການ​ມີຄວາມ​ເຄັ່ງ​ຕຶງ​ສັບ​ສົນ​ຂຶ້ນ​ຕື່ມ, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທ​ິ​ຜົນ ແລະ ບັນ​ລຸ​ໄດ້​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ໂດຍ​ໄວ. ​ວິ​ທີ​ສຳ​ພັດ​ຂອງ ຫຽດ​ນາມ ໃນ​ບັນ​ຫານີ້​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ສະ​ແດງ​ລັກ​ສະ​ນະ​ຕັ້ງ​ໜ້າ, ສ້າງ​ສາ ແລະ ມີ​ຄວາມ​ຮ​ັບ​ຜິດ​ຊອບ, ໄດ້​ຮັບ​ຄວາມ​ເຫັນ​ດ​ີ​ເຫັນ​ພ້ອມ ແລະ ຕອບ​ສ​ະ​ໜອງ​ຈາກ​ປະ​ເທດຕ່າງໆ.


ຂ່າວ/ບົດ​ອື່ນ