ຫວຽດນາມຕັດສິນໃຈສ້າງໂຄງປະກອບເສດຖະກິດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນ

ຫວຽດນາມຕັດສິນໃຈສ້າງໂຄງປະກອບເສດຖະກິດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນ - ảnh 1
(ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ)
(vovworld) - ທ່ານ​ຜູ້​ຟັງທີ່​ເຄົາລົບ! ປີ​ໃໝ່ 2013 - ກ່ອນ​ທີ່​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ປີ​ມະ​ເສ​ງ, ທ່ານ ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ VOV . ທ່ານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຊຶ່ງ​ປະຊາຊົນຫວຽດນາມຍາດມາໄດ້ໃນປີ 2012, ພິເສດໃນຂົງເຂດ ການພົວພັນຕ່າງປະເທດ, ພ້ອມກັນນັ້ນ ກໍຊີ້ອອກບັນດາ ໜ້າທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2013, ​ໃນ​ນັ້ນ​ມີການ ສ້າ​ງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ. ຕໍ່​ໄປ​ນີ້, ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ບົດ​ສຳພາດ​ດັ່ງກ່າວ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ .  

     ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2012, ຫວຽດນາມ​ໄດ້​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ​ເປັນ​ເພື່ອນ ​ແລະ ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ໂລກ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຫວຽດນາມ​ບໍ່​ພຽງ​ແຕ່​ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ຂົງ​ເຂດ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງຮອບດ້ານ ນັບ​ທັງ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ ​ແລະ ອື່ນໆ. ດ້ວຍ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ, ​ເພື່ອນ​ມິດສາ​ກົນ​ນັບ​ມື້​ນັບ​ມີ​ຄວາມ​ເຊື່ອ​ໝັ້ນ, ສະໜັບສະ​ໜູນ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ກ່ວາ​ເຂົ້າ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-ສັງຄົມຂອງ​ຫວຽດນາມ. ບໍ່​ພຽງ​ແຕ່ ​ ເສດຖະກິດ-ສັງຄົມຂອງ​ຫວຽດນາມມີ​ບາດກ້າວ​ພັດທະນາ​ເທົ່າ​ນັ້ນ, ທີ່ຕັ້ງບົດບາດ ຂອງຫວຽດນາມໃນເວທີ່ສາກົນກໍໄດ້ຮັບການຍົກສູງຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງອີກ​ດ້ວຍ. ທ່ານ ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຊີ້​ແຈ້ງວ່າ (​ເທບ)

    “ ປີ 2012 ​ແມ່ນ​ປີ​ທີ່​ຟົດ​ຟື້ນ​ທີ່​ສຸດ​ສຳລັບ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ. ​ໃນ​ປີ 2012, ​ໄດ້​ມີ​ກ່ວາ 30 ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນຳ​ໂດຍ​ປະມຸກ​ລັດ, ຜູ້ນຳ​ສູງ​ສຸດ​ຂອງ​ລັດຖະບານ, ບັນດາ​ອົງການ​ນິຕິບັນຍັດ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຫວຽດນາມ. ຄວາມ​ສົນ​ໃຈ​ຂອງ​ບັນດາ​ປະ​ເທດ​ອາຊີ, ອາຟະລິກາ, ອາເມລິກາລາຕິນ, ເອີລົບທີ່ມີຕໍ່ຫວຽດນາມແມ່ນນັບມື້ນັບເພີ່ມຂຶ້ນ. ເຂົາເຈົ້າເອົາໃຈໃສ່ທີ່ສຸດເຖິງຫວຽດນາມ ແລະ ມີຄວາມຫວັງຢ່າງຍິ່ງກ່ຽວກັບ ການຮ່ວມມືກັບ​ຫວຽດນາມ​ໃນ​ສະ​ເພາະ​ໜ້າ​ກໍ​ຄື​ຍາວ​ນານ. ນັ້ນ​ແມ່ນ​ບັນດາ​ການ​ພົວພັນ​ທີ່​ມີ​ຜົນ​ປະ​ໂຫຍ​ດນັບ​ທັງ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ ”

     ຕາມທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລ້ວ, ລັກສະນະ​ເປີດ​ອ​ົກ​​ເປີດ​ໃຈ ​ແລະ ປະຊາທິປະ​ໄຕ​ຢູ່​ຫວຽດນາມ​ແມ່ນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ກ້ວາງ​ຂວາງ​ກ່ວາ​ໃນ​ໝູ່​ປະຊາຊົນ, ​ໃນ​ຊີວິດ​ສັງຄົມ ກໍ​ຄື​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ພັກ, ລັດ, ສະພາ​ແຫ່ງ​ຊາດ ກໍ​ແມ່ນ​ຂີດ​ໝາຍ​ຂອງ​ປີ 2012.

      ຕາມທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລ້ວ, ​ເພື່ອ​ໃຫ້​ຫວຽດນາມ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ສຳ​ເລັດ​ຜົນ, ບັນຫາ​ປະຕິ​ຮູບ​ລະບອບ​ບັນຍັດ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບັນດາ​ຂອດ​ບຸກທະລຸ. ​ເພາະສະ​ນັ້ນ, ຫວຽດນາມ​ຕ້ອງ​ສືບ​ຕໍ່​ຍູ້​ໄວ​ລະດັບ​ການ​ພັດທະນາ ​ແລະ ສ້າ​ງ​ໂຄງ​ປະກອບ​ໂຄງ​ລ່າງ​ໃຫ້​ສົມບູນ​ແບບ. ການ​ແກ່ງ​ແຍ້​ງສາກົນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກ່ວາ​ອີກ. ປະຈຸ​ບັນ, ຫວຽດນາມ​ພວມ​ປັບປຸງ​ເພີ່ມ​ເຕີມ​ລັດ​ຖະທຳ​ມະນູນ​ປີ 1992. ຄາດ​ວ່າ ພາຍຫຼັງ​ທີ່​​ໄດ້​ຮັບ​ການຮັບຮອງ​ເອົາຈາກສະພາ​ແຫ່ງ​ຊາດ​​ເມື່ອ​ທ້າຍ​ປີ 2013, ຈະ​ມີ​ເອກະສານ​ດ້ານ​ກົດໝາຍ​ຫຼາຍ​ສະບັບທີ່ຈະປັບປຸງ​ເພີ່ມ​ເຕີມ​ເພື່ອ​ຫັນ ລັດ​ຖະທຳ​ມະນູນ​ປີ​ໃໝ່​ເປັນ​ລະອຽດ​ນັ້ນ ຈະ​ໄດ້​ຮັບ​ການ​ປະກາດ​ໃຊ້, ​ໃນ​ນັ້ນ​ມີ​ບັນຫາ​ສຳຄັນ​ແມ່ນ​ສ້າງ​ລະບອບ​ເສດ​ຖະກິດການ​ຕະຫຼາດ​ໃຫ້​ສົມບູບ​ແບບ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຊີ້​ແຈ້ງວ່າ (​ເທບ)

     “ ພວກ​ເຮົາ​ພວມ​ຕັດສິນ​ໃຈ​ປ່ຽນ​ແປງ, ສ້າ​ງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ເພື່ອ​ພັດ​ທະນາ​ແບບ​ຍືນ​ຍົງ​ກ່ວາ, ມີ​ຄຸນ​ນະພາ​ບກ່ວາ, ຈາກ​ນັ້ນ ຮັບປະກັນ​ຈຸດໝາຍ​ເຖິງ​ປີ 2020, ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລ​ະ ທັນ​ສະ​ໄໝ​​ໂດຍ​ພື້ນຖານ. ​ໃນ 2 ປີທີ່ຜ່ານ​ມາ ​ແລະ ນັບ​ທັງ​ປີ 2013, ພວກ​ເຮົາ​ຕ້ອງ​ຜ່ານ​ຜ່າ​ໄລຍະ ສ້າ​ງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຍອມຮັບລະດັບ​ເຕີບ​ໂຕ​ຕ່ຳ​ກ່ວາ​ໄລຍະ​ກ່ອນ​ນີ້; ​ແຕ່​ພ້ອມ​ກັນ​ນັ້ນ, ຕ້ອງ​ປ່ຽນ​ແປງ​ຄຸນ​ນະພາ​ບການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ, ກະກຽມ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ໄລຍະ​ຕໍ່ໆ​ໄປ​ໃຫ້ ພັດທະນາ​ວ່ອງ​ໄວ ​ແລະ ຍືນຍົງ​ກ່ວາ”.
ຂ່າວ/ບົດ​ອື່ນ