ຫວຽດນາມຕ້ອນຮັບ ພົນລະເມືອງຜູ້ທີ 90 ລ້ານ

 ຫວຽດນາມຕ້ອນຮັບ ພົນລະເມືອງຜູ້ທີ 90 ລ້ານ - ảnh 1
ເດັດ​ສາວ​ ຫງວຽນ​ທິຖີ່​ຢຸງ ແມ່ນພົນລະ​ເມືອງ
ຜູ້ທີ 90 ລ້ານຂອງຫວຽດນາມ 

(Vovworld)- ພົນລະ​ເມືອງຜູ້ທີ 90 ລ້ານຂອງຫວຽດນາມ ໄດ້ກຳເນີດໃນເວລາ 2 ໂມງ 45 ນາທີ ຂອງ​ວັນ​ທີ 1/1/2013 ຢູ່​ໂຮງໝໍ​ປະສູດ​ສູນ​ກາງ. ນັ້ນ​ແມ່ນ​ເດັດ​ສາວ​ທີ່​ມີ​ຊື່ວ່າ ຫງວຽນ​ທິຖີ່​ຢຸງ ມີ​ນ້ຳໜັກ 3,2 ກິ​ໂລ. ຕອນ​ເຊົ້າ​ວັນ​ທີ 1/11, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ, ນ່ານນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ້ຽນ ​ໄດ້​ລົງ​ຢ້ຽມຢາມ,​ມອບ​ຂອງຂວັນ​ໃຫ້​ແກ່ ພົນລະ​ເມືອງຜູ້ທີ 90 ລ້ານຂອງຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ກ່າວ​ວ່າ :

   “ ພວກ​ເຮົາ​​ໄດ້​ຕ້ອນຮັບ ພົນລະ​ເມືອງຜູ້ທີ 90 ລ້ານ, ​ແຕ່​ພວກ​ເຮົາ​ຕ້ອງ​ເລີຍ​ຄິດ​ເຖິງ​ເລື່ອງ​ເຮັດ​ແນວ​ໃດ ​ເພື່ອ​ເບິ່ງ​ແຍງ​ລ້ຽງ​ດູ​ພວກ​ເດັກ​ນັບ​ຕັ້ງ​ແຕ່​ເວລາ​ພວມ​ຢູ່​ໃນ​ຄັນ. ທີ 1, ພວກ​ເຮົາ​ຮັກສາ​ລະດັບ​ການ​ເຕີບ​​ໂຕ​ດ້ານ​ປະຊາກອນ, ​ແຕ່​ຕ້ອງ​ສົມທົບ​ກັບ​ການ​ເບິ່ງ​ແຍງ​ດູ​ແລ ​ແມ່ ​ແລະ ​ເດັກ​ນັບ​ຕັ້ງ​ແຕ່​ເວລາ​ຖືພາມານ​ຕະຫຼອດ​ຮອດ​ເວລາ​ປະສູດ ​​ເພື່ອໃຫ້ພວກ​ຫຼານ​ນ້ອຍ​ມີ​ສຸຂະພາບ​ແຂງ​ແຮງ, ມີ​ສະຕິ​ປັນຍາ ​ເພື່ອ​ສືບ​ຕໍ່​ສ້າງສາ​ປະ​ເທດ​ຊາດ ”

   ຕາມ​ທ່ານ ດຣ ​ເຢືອງກວ໋ກຈ້ອງ ຫົວໜ້າ​ກົມ​ໃຫຍ່​ປະຊາກອນ-ວາງ​ແຜນ​ຄອບຄົວ​ແລ້ວ, ດ້ວຍ​ຈຳນວນ​ປະຊາກອນ 90 ລ້ານ​ຄົນ, ຫວຽດນາມ​ຖືກ​ຈັດ​ອັນ​ດັບທີ 14 ​ໃນ​ຈຳ​ນວນ​ບັນດາ​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ, ຢືນ​ອັນ​ດັບ​ທີ 3 ກ່ຽວ​ກັບ​ຈຳນວນ​ປະຊາກອນ​ຢູ່​ບັນ​ດາປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຖ້າ​ທຽງ​ໃສ່​ການ​ຄາດ​ຄະ​ເນ​ຈາກ​ການ​ສຳ​ຫຼວດປະຊາ​ກອນ ​ແລະ​ເຮືອ​ນຢູ່​ເມື​່ອ ປີ 1989 ນັ້ນ, ຈຳນວນ​ປະຊາກອນຂອງ​ຫວຽດນາມ​ຕ້ອງ​ບັນລຸ 105 ລ້ານ​ຄົນ​ໃນ​ປີ 2010 ​ແລະ ລະດັບຈຳນວນ​ປະຊາກອນ 90 ລ້ານ​ຄົນ ​ແມ່ນ​ຕ້ອງ​ບັນລຸ​ແຕ່​ປີ 2002 ຕາມ​ການ​ຄາດ​ຄະ​ເນ. ​ແຕ່​ໃນ​ຈຸດ​ເວລາ​ວັນ​ທີ 1/11/2013 ຈຶ່ງ​ບັນລຸ​ຕົວ​ເລກ​ 90 ລ້ານຄົນ, ຊ້າ​ກ່ວາ 11 ປີ ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ນີ້​ແມ່ນ​ຕົວ​ເລກ​ທີ່​ມີ​ຄວາມ​ໝາຍ ຍ້ອນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ໃນ​ການ​ຫຼຸດຜ່ອນ​ອັດຕາ​ການ​ເກີດ​ໃນ​ໄລຍະ​ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ