ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 13 ລ້ານເທື່ອຄົນ

(VOVWORLD) -ນັກທ່ອງທ່ຽວມາຈາກອາຊີ, ເອີລົບ, ອາເມລິກາລາຕິງ, ອາຟະລິກາ ລ້ວນແຕ່ເພີ່ມຂຶ້ນ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກທ່ອງທ່ຽວສາກົນ.

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 13 ລ້ານເທື່ອຄົນ, ນີ້ິ້ແມ່ນຈຳນວນນັກທ່ອງທ່ຽວມາຫວຽດນາມ ໃນເດືອນກັນຍາ ປີ 2019. ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 10,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໃນນັ້ນ, ນັກທ່ອງທ່ຽວມາຈາກອາຊີ, ເອີລົບ, ອາເມລິກາລາຕິງ, ອາຟະລິກາ ລ້ວນແຕ່ເພີ່ມຂຶ້ນ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກທ່ອງທ່ຽວສາກົນ.

        ເປົ້າໝາຍຂອງຂະແໜງທ່ອງທ່ຽວຫວຽດນາມ ໃນປີ 2019 ແມ່ນຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ແຕ່ 17,5 – 18 ລ້ານເທື່ອຄົນ. ຊຸມເດືອນທີ່ຍັງເຫຼືອຂອງປີ 2019 ຈະແມ່ນຈຸດເວລາທີ່ນັກທ່ອງທ່ຽວສາກົນມາ ຫວຽດນາມ ຢ່າງຫຼວງຫຼາຍ, ສະນັ້ນ ຂະແໜງທ່ອງທ່ຽວເຊື່ອໝັ້ນວ່າຈະບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ