ຫວຽດນາມຕ້ອນຮັບແຂກສາກົນ 1 ລ້ານເທື່ອຄົນໃນໄລຍະຕົ້ນປີ

ຫວຽດນາມຕ້ອນຮັບແຂກສາກົນ 1 ລ້ານເທື່ອຄົນໃນໄລຍະຕົ້ນປີ - ảnh 1
ພາບ​ປະ​ກອບ

(vovworld) - ​​​ຂໍ້​ມູນ​ຂ່າວ​ຈາກ​ກົມ​ໃຫຍ່​ທ່ອງ​ທ່ຽວ, ຂຶ້ນ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ໃນ​ວັນ​ທີ 25/1 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຄາດ​ວ່າ ຈະ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໄປ​ຍັງ ຫວຽດ​ນາມ ໃນ​ເດືອນ 1/2017 ບັນ​ລຸ​ປ​ະ​ມານ 1 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ເດືອນ 12/2016. ຕາມ​ການ​ສະ​ຖ​ິ​ຕິ​ແລ້ວ, ໃນ​ເດືອນ 1/2017, ແຂກ​ສາ​ກົນ​ຢູ່​ບັນ​ດາ​ຕະຫຼາດ​ລ້ວນ​ແຕ່​ເພີ່ມ​ຂຶ້ນ. ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ​ໄດ້ 38.600 ຕື້​ດົ່ງ.

        ໃນ​ປີ 2017, ​ທ​່ອງ​ທ່ຽວ ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ​່ອງ​ທ່ຽວ​ສາ​ກົນ 11,5 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໄດ້ 66 ລ້ານ​ເທື່ອ​ຄົນ. ທ່ອງ​ທ່ຽວ ຫວຽດ​ນາມ ກໍ່ມ​ຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຮອດ​ປີ 2020 ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ແຕ່ 16 – 20 ລ້ານ​ເທື່ອ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 82 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່​ອງ​ທ່ຽວ​ບັນ​ລຸ 35 ຕື້ USD.


ຂ່າວ/ບົດ​ອື່ນ