ຫວຽດນາມຕອບ ສະໜອງວັນໂລກ ເຊີດຊູຜູ້ບໍລິຈາກ ເລືອດອາສາສະໝັກ

ຫວຽດນາມຕອບ ສະໜອງວັນໂລກ ເຊີດຊູຜູ້ບໍລິຈາກ ເລືອດອາສາສະໝັກ - ảnh 1

(ພາບ:tinhdoanqnam.vn)

(vovworld)- ຕອນ​ເຊົ້າວັນ​ທີ 11/6, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​​ຂົນຂວາຍ​ການ​ບໍລິຈາກ​ເລືອດ​ອາສາ​ສະໝັກແຫ່ງ​ຊາດ ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ບັນດາ​ການ​ເຄື່​ອນ​ໄຫວເຊີດ​ຊູ​ຜູ້​ບໍລິຈາກ​ເລືອດອາສາ​ສະໝັກ (14/6). ປີ 2013, ​ໂລກ​ໄດ້​ລະນຶກ 10 ປີ​ແຫ່ງ​ວັນ​ເຊີດ​ຊູຜູ້​ບໍລິຈາກ​ເລືອດ​ເພື່ອ​ສືບ​ຕໍ່​ຮັບ​ຮູ້, ຍ້ອງຍໍ​ສັນລະ​ເສີນ​ບັນດາ​ການ​ກະທຳ​ກຸສົນ, ສູງ​ສົ່ງ “ບໍລິຈາກ​ເລືອດ​ເພື່ອ​ກູ້​ເອົາ​ຊີວິດ​ມະນຸດ”.

   ຢູ່​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ໂລກ​ເຊີດ​ຊູຜູ້​ບໍລິຈາກ​ເລືອດ​ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ອຸດົມສົມບູນ. ທ່ານ​ຫງວຽນ​ຫຶ້ວຮົ່ງ, ຮອງ​ປະທານ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ວັນ​ທີ 14/6 ຂອງ​ແຕ່ລະ​ປີ​ແມ່ນ​ວັນ​ເພື່ອ​ເຊີດ​ຊູ​ບັນດາ​ຜູ້​ບໍລິຈາກ​ເລືອດ. ການ​ບໍລິຈາກ​ເລືອດ​ເພື່ອ​ກູ້​ເອົາ​ຊີວິດ​ມະນຸດ ​​ເພື່ອ​ແນ​ໃສ່ຢັ້ງຢືນ​ຄຸນຄ່າ​ວັດທະນະທຳ​ມະນຸດ​ອັນ​ເລິກ​ເຊິ່ງຂອງ​ການ​ບໍລິຈາກ​ເລືອດ​ອາສາ​ສະໝັກ, ​ແມ່ນ​ຈຸດວັດທະນະທຳ​ທີ່​ດີງາມຂອງ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ ​ແລະ ທົ່ວ​ສັງຄົມ. ​ໃນ​ຈຳນວນ 100 ຄົນ​​ໄດ້ຮັບ​ການ​ເຊີດ​ຊູ ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ຂອງ​ຂະ​ບວນການບໍລິຈາກ​ເລືອດ​ເພື່ອ​ກູ້​ເອົາ​ຊີວິດ​ມະນຸດ. ຜ່ານ​ນັ້ນ​ໄດ້​ສົ່ງ​ເສີມ​ປະຊາຊົນ​ທຸກ​ຊັ້ນວັນນະ​ເຂົ້າຮ່ວມ​ການ​ບໍລິຈາກ​ເລືອດ​ອາສາ​ສະໝັກ ”.

ຂ່າວ/ບົດ​ອື່ນ