ຫວຽດນາມຕອບສະຫນອງວັນປະຊາກອນໂລກ11/7

ຫວຽດນາມຕອບສະຫນອງວັນປະຊາກອນໂລກ11/7 - ảnh 1
ພິທີ​ສະ​ເຫລີ​ມສະຫລອງ​ວັນ​ປະຊາກອນ​ໂລກ 11/7
photo:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 10/7, ຢູ່ ນະຄອນ ຍາ​ຈາງ ​ແຂວງ ​ແຄງ​ຮ່ວາ, ກົມ​ໃຫຍ່​ປະຊາກອນ​ຫວຽດນາມ, ກະຊວງ​ສາທາລະນະ​ສຸກ ສົມທົບ​ກັບ​ກອງ​ທຶນ​ປະຊາກອນ​ ສປຊ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ປະຊາກອນ​ໂລກ 11/7 ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ລົງທຶນ​​ໃຫ້​ແກ່​ຊາວ​ຫນຸ່ມ.ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Arthur Erken, ຫົວຫນ້າ​ກອງ​ທຶນ​ປະຊາກອນ​ໂລກ ສປຊ ປະຈຳ​ຫວຽດນາມ (UNFPA) ​ໃຫ້​ຮູ້​ວ່າ: ຫວຽດນາມ ກ້າວ​ເຂົ້າ​ສູ່​ໄລຍະ ທີ່​ອັດຕາ​ຊາວ​ຫນຸ່ມ​ສູງ​ກວ່າ​ໝູ່​ໃນ​ປະຫວັດສາດ ​ເມື່ອ​ກຸ່ມ​ປະຊາກອນ​ອາຍຸ​ແຕ່ 10-24 ປີ ກວມ​ເກືອບ 40% ປະຊາກອນ. ​ແລະ ​ໄລ​ຍະ​ນີ້​ຈະ​ແກ່ຍາວ​ຮອດ​ປີ 2040. ນີ້​ແມ່ນ​ກາລະ​ໂອກາດ​ຫນຶ່ງ​ດຽວ​ໃນ​ປະຫວັດສາດ​ເພື່ອ​ໃຫ້​ຫວຽດນາມ ຍາດ​ແຍ່ງ​ພັດທະນາ​ເສດຖະກິດ​ສັງຄົມ. ຕາມ​ທ່ານ ​ເຢືອງກວກ​ຈ້ອງ, ຫົວຫນ້າ​ກົມ​ໃຫຍ່​ປະຊາກອນ -ການວາງ​ແຜນ​ຄອບຄົວ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ແລ້ວ, ຫວຽດນາມ ພວມ​ເຄື່ອນ​ໄຫວ​ຕາມ​ສານ​ຂອງ​ວັນ​ປະຊາກອນ​ໂລກ.

        “ສານ​ໄດ້​ຮຽກຮ້ອງ​ທຸກ​ຂັ້ນ, ຂະ​ແຫນງ​ການ ຮ່ວມ​ແຮງ​ຮ່ວມ​ໃຈ​ລົງທຶນ​ໃຫ້​ແກ່​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ລົງທຶນ​ໃຫ້​ວຽກ​​ເຮັດ​ງານ​ທຳ. ​ໃນ​ສາທາລະນະ​ສຸກ, ມີ​ ປະມານ 30% ຊາວ​ຫນຸ່ມ ບໍ່​ທັນ​ໄດ້​ຮັບ​ຄວາມ​ຮູ້, ທັກ​ສະ​ກ່ຽວ​ກັບ​ການວາງ​ແຜນ​ຄອບຄົວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ເພ່ີມ​ທະວີ​ການ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ນີ້​ຂອງ​ຊາວ​ຫນຸ່ມ.”

ຂ່າວ/ບົດ​ອື່ນ