ຫວຽດນາມຕອບສະຫນອງວັນເພື່ອຫນ່ວຍໂລກປີ2016


ຫວຽດນາມຕອບສະຫນອງວັນເພື່ອຫນ່ວຍໂລກປີ2016 - ảnh 1
ທ່ານ​ຮ່​ວາງວັນ​ທຶກ, ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld)- ດ້ວຍ​ສານ​ທີ່​ວ່າ “ແຫລ່ງ​ນ້ຳ​ສະ​ອາດ, ເສດ​ຖະ​ກິດ​ແຂງ​ແຮງ”, ຕອນ​ເຊົ້າ​ວັນ​ທີ 23/4 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫລີມ​ສະ​ຫລອງ ວັນ​ເພື່ອ​ຫນ່ວຍ​ໂລກ​ປີ 2016. ນີ້​ແມ່ນ​ລາຍ​ການ​ປະ​ຈຳ​ປີ ເພື່ອ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໃນ​ການ​ຄວບ​ຄຸມ ແລະ ສະ​ກັດ​ກັ້ນ​ມົນ​ລະ​ພິ​ດ​ຕໍ່​ນ້ຳ, ປ່ຽນ​ແປງ​ທ່າ​ອ່ຽງ​ຖືກ​ມົນ​ລະ​ພິດ​ຈາກ​ລະ​ດັບ​ຫນັກ​ໄປ​ສູ່​ລະ​ດັບ​ຫນ້ອຍ ແລະ ສະ​ອາດກວ່າ. ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ຄື: ເຮັດ​ອະ​ນາ​ໄມ​ຢູ່​ຫນອງ ແລະ ບໍ​ລິ​ເວນ​ສວນ​ສາ​ທາ​ລະ​ນະ ແບກ​ຖາວ, ແລກ​ຂີ້​ເຫຍື້ອ​ເອົາ​ຕົ້ນ​ໄມ້ ແລະ ການ​ລະ​ຫລິ້ນ​ເພື່ອ​ຍົກ​ສູງ​ຄວ​າ​ມ​ຮັບ​ຮູ້​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ… ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອາ​ສາ​ສະ​ໝັກ​ເກືອບ 1000 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ