ຫວຽດນາມຕອບສະໜອງ ຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013

ຫວຽດນາມຕອບສະໜອງ ຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 - ảnh 1

(ພາບປະກອບ: hanoimoi.com.vn)

(vovworld) -  ​ໂດຍ​ໄດ້​ຕອບສະໜອງຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີ 2013 ດ້ວຍ​ສານ​ທີ່​ວ່າ : “ທຸກ​ຄົນ​ຈົ່ງ​ພ້ອມ​ກັນ​ປະຕິບັດ“ ນັ້ນ, ໃນ​ຕອນ​ຄ່ຳ​ວັນ​ທີ 23/3, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງໜ້າ​ຕອບ​ສະໜອງຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“. ຢູ່​ສະຖານ​ທີ່​ຕ່າງໆ​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ​ ​ໄດ້​ມອບ​ໄຟ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄຳໝັ້ນສັນຍາ​ຢ່າງ​ແຮງ​ຕໍ່​ຄວາມ​ຕັດສິນ​ໃຈ​ລວມຂອງ​ທົ່ວ​ໂລກ ນັ້ນແມ່ນ​ຄວາມ​ມານະ​ພະຍາຍາມ​ລວມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່ອ​ນຫງວຽນ​ທິທູ​ຍ ນັກ​ສຶກສາ​ມະຫາວິທະຍາ​ໄລ​ໄຟຟ້າ​ຮ່າ​ໂນ້ຍ ​ເວົ້າວ່າ:

   “ນີ້​ແມ່ນ​ຄັ້ງທີ 2 ນ້ອງ​ໄດ້​ເຂົ້າຮ່ວມ​ຂະ​ບວນການ​ນີ້. ນ້ອງ​ເຫັນ​ວ່າ​ຕົນ​ເອງ​ໄດ້​ປະກອບສ່ວນ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໂລກ. ນ້ອງ​ຫວັງ​ວ່າ​ຈະ​ມີ​ຫຼາຍ​ວັນ​ຄື​ວັນ​ນີ້ ​ເພື່ອ​ຊ່ວຍ​ປະຢັດ​​ໄຟ​ຟ້າ ​ແລະ ພະລັງງານກ່ວາ​ອີກ“.

   ຢູ່​ນະຄອນ​ໂຮ່ຈິ​ມິນ, ບັນດາ​ເພື່ອນ​ໜຸ່ມ​ໄດ້​ເຂົ້າຮ່ວມ​ການ​ເຄື່​ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ທີ່​ໃສ່​ຊື່ວ່າ: “ພ້ອມ​ກັນ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ​ປີ 2013“. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 23/3, ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ນະຄອນ​ຕູຍ​ຮ່ວາ ​ແຂວງ​ຟູ​ອຽນ 500 ຄົນ ​ໄດ້​ຈັດການ​ຍ່າງ​ໃນ​ຖະໜົນ​ສາຍ​ຕ່າງໆ​ໃນ​ເຂດ​ໃຈກາງ​ນະຄອນ, ສະ​ແດງ​ຊຸດ​ອາພອນ​ສະ​ໄຫມສະໜິດຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ, ຂາຍ​ເຄື່ອງ​ອຸປະກອນ​ປະຢັດ​ໄຟຟ້າ, ປຸກລະດົມ​ຂະ​ບວນການ “ຄອບຄົວ​ປະຢັດ​ໄຟຟ້າ​ປີ 2013“…

   ພ້ອມ​ກັບການ​ຕອບ​ສະໜອງ​ຂອງ​ກ່ວາ 150 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ຄາດ​ວ່າ​, ຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີ 2013 ຢູ່​ຫວຽດນາມ ຈະ​ປະ​ຢັ​ດ​ໄຟຟ້າ​ໄດ້ປະມານ 700.000 kw ​ໂມງ ​ເທົ່າ​ກັບ 1 ຕື້​ດົ່ງ.

   

ຂ່າວ/ບົດ​ອື່ນ