ຫວຽດນາມຕອບສະໜອງວັນYogaສາກົນ21/6

ຫວຽດນາມຕອບສະໜອງວັນYogaສາກົນ21/6 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ກ່າ​ວ​ຄຳ​ເຫັນ​ທີ່​ວັນ​ບຸນ
(ພາບ: Chinhphu.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 21/6, ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ຈັດ​ຕັ້ງ​ວັນ Yoga ສາ​ກົນ​ຄັ້ງ​ທີ 1 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ກ່ຽວ​ກັບ​ການ​ເລືອກວັນ​ທີ 21/6 ປະ​ຈຳ​ປີ​ເປັນ​ວັນ Yoga ສາ​ກົນ. ຈາກນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ກໍ່​ຮັບ​ຮອງ​ເອົາ​ຂໍ້​ລິ​ເລີ່ມນີ້, ນີ້ແມ່ນເຫດ​ການ​​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ ສ​ປ​ຊ ​ນັບແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ທ່ານ ຫງວຽນ​ທ້ຽນ​ເຍີນ, ໃຫ້​ຮູ້​ວ່າ:

        “ປະ​ຫ​ວັດ​ຄວາມ​ເປັນ​ມາ​ຂ​ອງ yoga ​ແມ່ນເລີ່ມ​​ມາຈາກ ອິນ​ເດຍ ກ່ອນນີ້​ນັບ​ພັນ​ປີ. ​ ມີຫຼາຍ​ຄົນ​​ໄດ້ຮູ້​ຈັກ​ເຖິງຜົນ​ປະ​ໂຫຍດ​ຂອງ yoga ​ ແລະ ປະ​ຈຸ​ບັນ, yoga ໄດ້​ດຳ​ເນີນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. Yoga ​ໄດ້ຊ່ວຍ​​ກັນ​ພະ​ຍາດ, ສົ່​ງ​ເສີມ​ສຸ​ຂະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ…ພ້ອມ​ກັບ​ປະ​ຊາ​ຊົນ​ໃນ 192 ປະ​ເທດ, ມື້ນີ້, ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ yoga ຫວຽດ​ນາມ ແລະ ມີ​ໂອ​ກາດ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ yoga ແລະ ວິ​ທີ​ເຊິ່ງ Yoga ປະ​ກອບ​​ສ່ວນ​ເພື່ອສັນ​ຕິ​ພາບ​ໃນ​ທົ່ວ​ໂລກ ເພື່ອ​ຄວາມ​ກົມ​ກຽວ​​ປອງດອງກ​ັບ​ທຳ​ມະ​ຊາດ. ”


ຂ່າວ/ບົດ​ອື່ນ