ຫວຽດນາມຕອບສະໜອງວັນທ່ອງທ່ຽງສາກົນ

ຫວຽດນາມຕອບສະໜອງວັນທ່ອງທ່ຽງສາກົນ - ảnh 1
(ນັກ​ທ່ອງ​ທ່ຽວ​ນັບ​ຕື້​ຄົນ - ໝື່ນ​ຕື້​ກາລະ​ໂອກາດ)

(vovworld) – ຕອນ​ເຊົ້າວັນ​ທີ 26/09 ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ທ່​ອງທ່ຽວ, ຄະນະ​ຜູ້​ແທນ​ສະຫະ​ະພາບ​ເອີ​ລົບ​ ປະຈຳຫວຽ​ດນາມ ​ໄດ້​ຈັດ​ຕັ້ງງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ​ວັນ​ທ່ອງ​ທ່ຽວ​ສາກົນ​ປີ 2015. ​ເຫດການ​ໄດ້​ດຶງ​ດູດ​ນັກ​ສຶກສາ​ຂະ​ແໜງທ່ອງ​ທ່ຽວ ​ແລະ ບັນດາ​ນັກ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່​ອງທ່ຽວ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຊີ້​ແຈ້​ງວ່າ.

        “ບັນດາ​ຜູ້​ເຮັດ​ວຽກ​ງານ​ທ່ອ​ງທ່ຽວ​ທົ່ວ​​ໂລກ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ​ວັນ​ທ່ອງ​ທ່ຽວສາກົນ​ຢ່າງ​ສົມ​ກຽດ ​ແລະ ປະຕິບັດ​ສານ​ເຊິ່ງທ່ານ​ເລ​ຂາ​ທິການ​ໃຫຍ່​ອົງການ​ການທ່ອງ​ທ່ຽວ ​ໄດ​​້ສົ່ງ​ໄປ: ນັກ​ທ່ອງ​ທ່ຽວ​ນັບ​ຕື້​ຄົນ - ໝື່ນ​ຕື້​ກາລະ​ໂອກາດ​, ​ເພື່ອຢືນຢັນ​ວ່າ ທ່ອງ​ທ່ຽວ​ແມ່ນ​ຂະ​ແໜງ​ເສດຖະກິດ​ມີຄວາມ​ສຳຄັນ​ພິ​ເສດ ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຂອບ​ເຂດ​ທົ່ວ​ໂລກ ກໍ​ຄື​ໃນ​ຂອບ​ເຂດ​ຂອງ​ແຕ່ລະ​ປະ​ເທດ. ​ເພື່ອ​ປະຕິບັດ​ສານ​ດັ່ງກ່າວ​ໃຫ້​ໄດ້, ໝາຍ​ຄວາມ​ວ່າ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ຕ້ອງ​ສະ​ແດງ​ໜ້າ​ທີ່​ຮັບຜິດຊອບ​ສູງ​ສຸດ ​ໃນ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​​ແວດ​ລ້ອມ ​ແລະ ສັງຄົມ”.

        ພິທີ​ສະ​ເຫຼີມສະຫຼອງວັນ​ທ່ອງ​ທ່ຽວ​ສາກົນ ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 27/09 ​ຂອງແຕ່ລະ​ປີ.

ຂ່າວ/ບົດ​ອື່ນ