ຫວຽດນາມຕອບສະໜອງວັນສຸຂະພາບໂລກປີ 2019

(VOVWORLD) -ຕອນເຊົ້າວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມສົມທົບກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ອົງການອະນາໄມໂລກ ຈັດພິທີປຸກລະດົມ ວັນສຸຂະພາບໂລກປີ 2019 - ຕອງສະໜອງລາຍການສຸຂະພາບຫວຽດນາມ  ແລະ ຍ້ອງຍໍຊົມເຊີຍທ່ານໝໍໜຸ່ມຫວຽດນາມທີ່ດີເດັ່ນຄັ້ງທີ 8
ຫວຽດນາມຕອບສະໜອງວັນສຸຂະພາບໂລກປີ 2019 - ảnh 1 ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ້ຽນ

   ຢູ່ຫວຽດນາມ, ວັນສຸຂະພາບໂລກປີນີ້ ຖືກຈັດຂຶ້ນດ້ວຍທິດນຳ “ ເພີ່ມທະວີການເບິ່ງແຍງສຸຂະພາບຂັ້ນຕົ້ນກ້າວໄປສູ່ການເບິ່ງແຍງສຸຂະພາບທົ່ວປວງຊົນ”. ລາຍການໄດ້ຈັດໃຫ້ມີບັນດາການເຄື່ອນໄຫວ ເບິ່ງແຍງສຸຂະພາບຂັ້ນຕົ້ນ, ປຸກລະດົມຄວາມເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ, ຂົນຂວາຍແຫຼ່ງກຳລັງສັງຄົມເພື່ອແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຍົກສູງສຸຂະພາບຂອງປະຊາຊົນຫວຽດນາມ. ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ຽນ ໃຫ້ຮູ້ວ່າ :

    “ ໄລຍະທີ່ຜ່ານມາ, ການແພດຫວຽດນາມສາມາດຕອບສະໜອງຄວາມຕ້ອງການເບິ່ງແຍງສຸຂະພາບທີ່ຈຳເປັນຂອງປະຊາຊົນໄດ້ 80%ຈຳນວນປະຊາກອນ. ນີ້ແມ່ນຕົວເລກສູງພໍສົມຄວນສຳລັບບັນດາປະເທດໃນພາກພື້ນ. ຫວຽດນາມສາມາດຜະລິດຢາວັກຊິນຫຼາຍປະເພດໂດຍຕົນເອງໃນໂຄງການຊັກຢາເປີດກ້ວາງ, ອັດຕາເຂົ້າຮ່ວມການປະກັນສຸຂະພາບຢູ່ພາຍປະເທດບັນລຸ 87,5%, ລືນກາຍຕົວເລກຄາດໝາຍທີ່ສະພາແຫ່ງຊາດ ແລະ ລັດຖະບານວາງອອກ ”

ຕອບກັບ

ຂ່າວ/ບົດ​ອື່ນ