ຫວຽດນາມຕອບສະໜອງວັນສະບຽງອາຫານໂລກ

ຫວຽດນາມຕອບສະໜອງວັນສະບຽງອາຫານໂລກ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/10 ຢູ່​ແຂວງ ລາວ​ກາຍ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາ​ມ ສົມ​ທົບ​ກັບ ອົງ​ການ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ​ສະ​ຫະ​ປະ​ຊາ​ຊາດ (FAO) ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ບຽງ​ອາ​ຫານ​ໂລກ ແລະ ວັນ​ສ້າງ​ຕັ້ງ​ຂອງ​ອົງ​ການ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ ສ​ປ​ຊ (15/10). ວັນ​ສະ​ບຽງ​ອາ​ຫານ​ໂລກ​ປີນີ້ ດ້ວຍ​ຫົວ​ຂໍ້ “​ໜູນ​ຊ່ວຍຊີ​ວິດ​ສັງ​ຄົມ ແລະ ກະ​ສິ​ກຳ​: ​ລົບ​ລ້າງຄວາມອຶດ​ຫິວ​ທຸກ​ຍາກ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ເລກວກ​ແຢງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຢືນ​ຢັນ​ວ່າ:

        “ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ກະ​ທຳ ເພື່ອ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮອດ​ປີ 2020 ​ສ້າງ​ຕັ້ງລະ​ບົບໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ​​ຢ່າງ​ທົ່ວ​ເຖິງ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ປະ​ຊາ​ຊົນ​ມີ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ເປັນ​ປົກ​ກະ​ຕິ. ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ຮັບ​ປະ​ກັນ​ການໜູນ​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ປະ​ສົມ​ກັບ​ຄວາມ​ຫຍຸ້ງ​ຍາກ ຄົນພິ​ການ, ຄົນ​ທຸກ​ຍາກ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້ຊົມ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມ. ຫວຽ​ດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສຸມ​​ທຸກ​ແຫຼ່ງ​ກຳ​ລັງ, ປ​ຸກ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ, ອົງ​ການ​ຕ່າງໆ, ປະ​ຊາ​ຄົມ ແລະ ພົນ​ລະ​ເມືອງ​ປະ​ຕິ​ບັດໂຄງ​ການ​ດຳ​ເນີນ​ງານ​ປີ 2030 ​ຢ່າງ​ມີ​ໄຊ ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ”.

ຂ່າວ/ບົດ​ອື່ນ