ຫວຽດນາມຕອບສະໜອງສັບປະດາ ຮັບປະກັນຄວາມປອດໄພຄົມມະນາຄົມ ທາງບົກທົ່ວໂລກຄັ້ງທີ 2

ຫວຽດນາມຕອບສະໜອງສັບປະດາ ຮັບປະກັນຄວາມປອດໄພຄົມມະນາຄົມ ທາງບົກທົ່ວໂລກຄັ້ງທີ 2 - ảnh 1
ສັບປະດາຮັບປະກັນ​ຄວາມ​ປອດ​ໄພ​ຄົມມະນາຄົມ​ທາງບົກ​ຢູ່​ກວາງ​ນິງ

(ພາບ: quangninh.gov.vn)

(vovworld)- ​ໂຄງການ​ຕອບ​ສະໜອງສັບປະດາຮັບປະກັນ​ຄວາມປອດ​ໄພ​ຄົມມະນາຄົມ​ທາງບົກ​​ທົ່ວ​ໂລກ​ຄັ້ງທີ 2 ດ້ວຍ​ນຫົວ​ຂໍ້ “ທົດ​ສະ​ວັດ​ແຫ່ງ​ການ​ກະທຳ​ເພື່ອ​ຄວາມ​ປອດ​ໄພ​ທາງບົກ“ ​ໂດຍ ສປຊ ປຸລະ​ດົມ​ເມື່ອ​ວັນ​ທີ 6/5 ຢູ່​ຮ່າ​ໂນ້ຍ ດ້ວຍ​ຈຸດໝາຍ​ໄລຍະ​ສັ້ນຄື: ​​ແຕ່​ວັນ​ທີ 6-12/5 ຈະບໍ່​ມີ​ຄົນ​ຍ່າງເສຍ​ຊີວິດ. ບັນດາ​ການ​ເຄື່ອນ​ໄຫວຕອບ​ສະໜອງ​ສັບປະດາຮັບປະກັນ​ຄວາມ​ປອດ​ໄພຄົມມະນາຄົມ​ທາງບົກ​​ ຈະ​ຖືກຜັນ​ຂະຫຍາຍ​ຢູ່ 63 ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ. ທ່ານ​ຫງວຽນ​ຮ່ວາງ​ຮຽບ, ຮອງ​ປະທານ​ຮັບ​ຜິດ​ຊອບ​ຄະນະ​ກຳມະການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

  “ການ​ຮັບປະກັນຄວາມ​ປອດ​​ໄພ​ໃຫ້​ແກ່​ຄົນ​ຍ່າງ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ ​ແລະ ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ອິນ​ຊີ​ຂອງ​ຄົນ​ຍ່າງ ​ແລະ ຜູ້​ເຂົ້າຮ່ວມຄົມມະນາຄົມ​. ສິ່ງ​ດັ່ງກ່າວ​ຍັງ​​ກ່ຽວຂ້ອງ​ເຖິງ​ບັນຫາ​ຂອງ​ສັງຄົມ​ມີ​ວັດທະນະທຳ ​ແລະ ສີວິ​ໄລ, ສະນັ້ນຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄົນ​ຍ່າງ, ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ຄົນ​ຍ່າງ“.

ຂ່າວ/ບົດ​ອື່ນ