ເອກອັກຄະລັດຖະທູດ ຫງວຽນວັນຈຸງ ກ່າວຄຳເຫັນນະພິທີ
ພາບ:vietnamplus.vn
|
(vovworld) – ວັນທີ 20/3, ຢູ່ນະຄອນ Xai-Xai, Mozambique, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນພາສາຝຣັ່ງສາກົນ ໂດຍບັນດາກະຊວງສຶກສາ ແລະ ພັດທະນາມະນຸດ, ກະຊວງວັດທະນະທຳ, ກະຊວງການຕ່າງປະເທດ ແລະ ຮ່ວມມືສົມທົບກັນຈັດຕັ້ງ ພ້ອມກັບສະຖານທູດບັນດາປະເທດເວົ້າພາສາຝຣັ່ງ ຢູ່ Mozambique. ປີ 2015, ຫວຽດນາມ ເປັນກຽດໄດ້ຮັບການເລືອກເຟັ້ນເປັນຜູ້ຕາງໜ້າໃຫ້ປະຊາຄົມໃຊ້ພາສາຝຣັ່ງໃນບັນດາການເຄື່ອນໄຫວວັດທະນະທຳ, ການພົບປະແລກປ່ຽນ, ສື່ສານກ່ຽວກັບການໃຊ້ພາສາຝຣັ່ງຢູ່ Mozambique ເຊິ່ງປະຈຸບັນແມ່ນປະເທດສັງເກດການຂອງອົງການສາກົນໃຊ້ພາສາຝຣັ່ງ (OIF). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ແລະ ໄຂສັບປະດາໃຊ້ພາສາຝຣັ່ງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Mozambique ຫງວຽນວັນຈຸງ ຍົກໃຫ້ເຫັນ: ບັນດາການປະກອບສ່ວນຂອງປະຊາຄົມໃຊ້ພາສາຝຣັ່ງໃນການຮັກສາດ້ານພາສາ ແລະ ວັດທະນະທຳຫຼາຍແບບ, ຫຼາຍຮູບ, ເພີ່ມທະວີການຮ່ວມມືໃຕ້-ໃຕ້, ປະກອບສ່ວນເຂົ້າໃນ ຄວາມມານະພະຍາຍາມລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄື ໂລກລະບາດ, ໄພທຳມະຊາດ, ທຳລາຍສິ່ງແວດລ້ອມ…
ໃນຂອບເຂດສັບປະດາໃຊ້ພາສາຝຣັ່ງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Mozambique ໄດ້ຈັດຕັ້ງງານວາງສະແດງຮູບພາບ “ທັດສະນີຍະພາບ ແລະ ຊາວ ຫວຽດນາມ”. ງານວາງສະແດງກໍ່ແມ່ນການເຄື່ອນໄຫວວັດທະນະທຳຄັ້ງທຳອິດ, ເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ- Mozambique.