ຫວຽດນາມຖືຍີ່ປຸ່ນເປັນຄູ່ຮ່ວມມືສຳຄັນແຖວໜ້າ

ຫວຽດນາມຖືຍີ່ປຸ່ນເປັນຄູ່ຮ່ວມມືສຳຄັນແຖວໜ້າ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽ​ດນາມ ຫງວຽນ​ຊວນ​ຟຸກ ​
ໃຫ້ການ​ຕ້ອນຮັບ​ທ່ານ Eikei Suzuki ຜູ້​ວ່າການ​ແຂວງ Mie

(vovworld) - ຕອນ​ບ່າຍ​ວັນ​ທີ 14/11 ຢູ່​ຮ່າ​ໂນ້ຍ ທ່ານ​ນາຍົກລັດຖະມົນຕີ ຫວຽ​ດນາມ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ Eikei Suzuki ຜູ້​ວ່າການ​ແຂວງ Mie ຍີ່ປຸ່ນ ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ ຫວຽດນາມ ຖື ຍີ່ປຸ່ນ ​​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ. ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ​ແມ່ນ​ສຳຄັນ​ທີ່​ສຸດ​ໃນ​ຫລາຍ​ຂົງ​ເຂດ​ຄື: ດ້ານ​ເສດຖະກິດ, ການ​ຄ້າ, ວັ​ດທະນະ​ທຳ. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ລົງທຶນ​ເຂົ້າ ຫວຽດນາມ ລ້ວນ​ແຕ່​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຍີ່ປຸ່ນ ພວມ​ຢືນ​ອັນ​ດັບ​ທີ 2 ກ່ຽວ​ກັບ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່ ຫວຽດນາມ ດັ່ງ​ນັ້ນ 2 ຝ່າຍຄວນ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ ​ເພື່ອ​ນຳ ຍີ່ປຸ່ນ ກາຍ​ເປັນ​ປະ​ເທດ​ລົງທຶນ​ອັນ​ດັບ​ໃຫຍ່ກ່ວາ​ໝູ່​ຢູ່ ຫວຽດນາມ, ລັດຖະບານ ​ແລະ ອຳນາດ​ການ​ປົກ​ຄອງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນມາ ຫວຽດນາມ ​ໃນ​ນັ້ນ ມີ​ນັກ​ລົງທຶນ ຍີ່ປຸ່ນ.

 

 

 

 

ຂ່າວ/ບົດ​ອື່ນ