ຫວຽດນາມຖືຢີປຸ່ນເປັນຄູ່ຮ່ວມມື ສຳຄັນແຖວໜ້າແລະຍາວນານ

ຫວຽດນາມຖືຢີປຸ່ນເປັນຄູ່ຮ່ວມມື ສຳຄັນແຖວໜ້າແລະຍາວນານ - ảnh 1
  ທ່ານ ​ດິງ​ເ​ທ໋​ຮິງ ຕ້ອນຮັບ ທ່ານ Fukada Hiroshi
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ທິ​ການທ່ານ ​ດິງ​ເ​ທ໋​ຮິງ ຢືນ​ຢັນ​ຄື​ດັ່ງ​ກ່າວ ​ທີ່​ການ​ຕ້ອນ​ຮັບ​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ ແຫ່ງ​ຍີ່​ປຸ່ນ​ ປະ​ຈຳ​ຫວຽດ​ນາມ Fukada Hiroshi ໃນ​ຕອນ​ບ່າຍ​ວັນ​ທີ 2/6. ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ ດິງ​ເທ໋ຮິງ ​ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ ຂອງ​ການ​ຊ່ວຍ​ເຫຼືອ​ທາງ​ການ (ODA) ແລະ ການ​ຮ່ວມ​ມື ​ຂອງ​ຍີ່​ປຸ່ນ​ ສຳ​ລັບຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ; ພ້ອມ​ທັງ​ປາ​ຖະ​ໜາ​ວ່າ ທັງ​ສອງ​ຝ່າຍ​ ຈະ​ມາ​ນະ​ພະ​ຍາ​ຍາມ​ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ ຂອງ​ການ​ນຳ​ຂັ້ນ​ສູງ​ ຂອງ​ສອງ​ປະ​ເທດ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ການ​ຢ້ຽມ​ຢາມ ແລະ ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ ລະ​ຫວ່າງ​ ສອງ​ປະ​ເທດ ແລະ ຊຸກ​ຍູ້​ການ​ເຊື່ອມ​ຈອດ​ ລະ​ຫວ່າງ​ ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ ​ດິງ​ເ​ທ໋​ຮິງ ກໍ່​ສະ​ເໜີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Fukada Hiroshi ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ ກ່ຽວ​ຂ້ອງ ແລະ ​ບັນ​ດາ​ທ້ອງ​ຖີ່ນ​ ຂອງ​ຫວຽດ​ນາມ ເພື່ອ​ຍູ້​ແຮງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ຍີ່​ປຸ່ນ.

        ສ່ວນ​ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ Fukada Hiroshi ກໍ່​ປາ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ​ ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ລວມ​ມີ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ ລະ​ຫວ່າງ ​ພັກ​ສອງ​ປະ​ເທດ ແລະ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ ແມ່ນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ ທີ່​ມີ​ຄຸນ​ນະ​ພາບ​ສູງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ໜູນ​ຊ່ວຍ ຫວຽດ​ນາມ ​ຍົກ​ສູງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ການ​ບໍ​ລິ​ຫານ​ລັດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ສຳ​ຮອງ, ກະ​ສິ​ກຳ ແລະ ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຍູ້​ແຮງ​ການ​ຮ່ວມ​ມື ​ລະ​ຫວ່າງ​ ສອງ​ປະ​ເທດ​ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ.


ຂ່າວ/ບົດ​ອື່ນ