ຫວຽດນາມຖືເປັນສຳຄັນການພົວພັນກັບເຂດຕາເວັນອອກກາງ,ໃນນັ້ນມີອີຣານ

ຫວຽດນາມຖືເປັນສຳຄັນການພົວພັນກັບເຂດຕາເວັນອອກກາງ,ໃນນັ້ນມີອີຣານ - ảnh 1
​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ຕ້ອນຮັບ​ເອກ​ອັກ​ຄະ​ລັດຖະທູດ​ອີຣານ
(ພາບ: TTXVN)


(vovworld) – ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ເຂດ​ຕາ​ເວັນ​ອອກ​ກາງ, ​ໃນ​ນັ້ນມີອີຣານ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເມື່ອ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ອີຣານ Hosein Alvandi Behineh ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດການ​ປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 21/09. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໄດ້​ຂອບ​ໃຈ​ອີຣານ ທີ່​ໄດ້​ສະໜັບສະໜູນ​ຫວຽດນາມ ​​ເຂົ້າ​ເປັນ​ສະມາຊິກ​ສະພາ​ເສດຖະກິ​ດສັງຄົມ ​ແລະ ສະມາຊິກ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ບັນດາ​ອາຍຸ​ການ​ຈະ​ມາ​ເຖິງ. ທ່າ​ນປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ຫຼາຍ​ຝ່າ​ຍ ​ແລະ ສາກົນ, ພ້ອມ​ທັງ​ຕີ​ລາຄາ​ສູງ​​ບັນດາ​ບາດກ້າວ​ໃໝ່​ໃນ​ການ​ເຈລະຈາ​ນິວ​ເຄຼຍລະຫວ່າງ​ອີຣານ ​ແລະ ບັນດາ​ປະ​ເທດ P5+1. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອີຣານ ກ່ຽວ​ກັບ​ເລ​ື່ອງ​ເພີ່ມ​ທະ​ວີ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈດ້ານ​ວັດທະນະທຳ​ລະຫວ່າງ 2 ຊາດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Hosein Alvandi Behineh ປາດ​ຖະໜາ​ວ່າ, ດ້ວຍ​ບົດບາດ​ສຳ​ຄັນ​ຂອງ​ຕົນ ຫວຽດນາມ ຈະສະ​ໜັບສະ​ໜູນ​​ການເພີ່ມ​ທະວີການ​ພົວພັນ​ລະຫວ່າງ​ອີຣານ ກັບ​ອາ​ຊຽນ.

ຂ່າວ/ບົດ​ອື່ນ