ຫວຽດນາມຖືເປັນສຳຄັນການສຶກສາເພື່ອການພັດທະນາແບບຍືນຍົງ

ຫວຽດນາມຖືເປັນສຳຄັນການສຶກສາເພື່ອການພັດທະນາແບບຍືນຍົງ - ảnh 1
ການເຄື່ອນໄຫວນອກຫຼັກສູດເພື່ອສຶກສາສິ່ງແວດລ້ອມຢູ່ໂຮງຮຽນ (ພາບ: TTXVN)

(vovworld) - ວັນ​ທີ 20/9, ຢູ່​ຮ່າ​ໂນ້ຍ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ ຄະນະ​ກຳມະການ​ທົດ​ສະ​ວັດ​ສຶກສາ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່າ​ນລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Nguyen Thanh Son ​ເນັ້ນ​ໜັກ​ວ່າ ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ຜັນ​ຂະຫຍາຍທົດ​ສະ​ວັດ​ສຶກສາ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍ​ສະຫະ​ປະຊາ​ຊາດ​ປຸກລະດົມ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະ​ຫະປະຊາ​ຊາດ (UNESCO) ​ໃນ​ການ​ກໍ່ສ້າງ​ອົງການ​ແຫ່ງ​ຊາດ ​ແລະ ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ. ທີ່​ກອງ​ປະຊຸມ, ຄະນະ​ກຳມະການ​ທົດ​ສະ​ວັດ ​ໄດ້​ສະ​ເໜີ​ຕົວ​ບັນດາກຳມະການ, ​ຄະນະ​ກຳມະການ, ພ້ອມ​ທັງ​ສຳ​ຫຼວດກວດກາ​ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ໃຫ້​ໄລຍະ​ທີ 2 ຂອງທົດ​ສະ​ວັດ​ສຶກສາ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວາງ​ອອກ​ທິດ​ທາງ​ໃຫຍ່​ຈຳນວນ​ໜຶ່ງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງຄະນະ​ກຳມະການ​ທົດ​ສະ​ວັດ​ນັບ​ແຕ່​ນີ້​ເຖິງ​ປີ 2014. ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງຄະນະ​ກຳມະການ​ທົດ​ສະ​ວັດ​​ໃນ​ການ​ໂຄສະນາ, ສຶກສາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ..

ຂ່າວ/ບົດ​ອື່ນ