ຫວຽດນາມຖືເປັນສຳຄັນການຮ່ວມມືຢ່າງຮອບດ້ານກັບອາເມລິກາ

ຫວຽດນາມຖືເປັນສຳຄັນການຮ່ວມມືຢ່າງຮອບດ້ານກັບອາເມລິກາ - ảnh 1
ທ່ານ​ ຫງວຽນຈີ໋ຫວິ້ງ ແລະ ​ທ່ານ​ນາງ Wendy Sherman
(ພາບ: mod.gov.vn)


(vovworld) -  “ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ ອາ​ເມ​ລິ​ກາ, ​ໃນ​ນັ້ນມີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ” ​ນີ້ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຫງວຽນຈີ໋ຫວິ້ງ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ນາງ Wendy Sherman ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເປັນ​ຫົວໜ້າຄະນະ.

     ຕາມ​ທ່ານ​ພົນ​ໂທ ຫງວຽນຈີ໋ຫວິ້ງ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖີງ,​ ສອງ​ປະ​ເທດ​ຄວນ​ດຳ​ເນີນ​ການ​ພົບ​ປະ​ແລກປ່ຽນຫຼາຍກວ່າ​ອີກ​ເພື່ອ​ຊອກ​ຫາ​ວິທີ​ການ​ສົບ​ທົບທີ່​ມີ​ປະສິດທິ​ຜົນ​ກວ່າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕ່າງໆຄື: ທາ​ບທາມຂັ້ນຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນ​ປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​​ເກັບ​ກູ້​ລູລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ຮັບປະກັນ​ຄວາມ​ສະຫງົບ​ທາງ​ທະ​ເລ, ​ແລກປ່ຽນສິ່ງ​ທີ່​ລະ​ນຶກ​ໄລຍະ​ສົງຄາ​ມ.....ຫວຽດນາມສະໜັບສະໜຸນ ​ແລະ ຕົກລົງ​ອະນຸຍາດ​ໃຫ້ ອາ​ເມ​ລິ​ກາ ​ເພີ່ມ​ຈຳນວນ​ກອງ​ຂຸດ​ຄົ້ນ, ຊອກ​ຫາ​ຊາກ​ກະດູກຂອງ​ນັກຮົບ ອາ​ເມ​ລິ​ກາ ທີ່​ຖືກ​ຂາດ​ຫາຍ​ໄປ​ໃນ​ໄລຍະ​ສົງຄາມ​ຢູ່ ຫວຽດນາມ;​ ກຽມພ້ອມ​ເພື່ອ​ຮັບ​ຟັງ ​ແລະ ສືບ​ຕໍ່​ເປີດ​ກວ້າງ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ