ຫວຽດນາມນຳໜ້າໂລກກ່ຽວກັບກຳລັງຄວາມສາມາດຫັນປ່ຽນລະດັບວັດທະນາຖາວອນ

ຫວຽດນາມນຳໜ້າໂລກກ່ຽວກັບກຳລັງຄວາມສາມາດຫັນປ່ຽນລະດັບວັດທະນາຖາວອນ - ảnh 1
(ພາບ​ປະ​ກອ​ບ: TTXVN)

(vovworld) – ເຄື່ອງ​ມື​ຕີ​ລາ​ຄາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໝັ້​ນ​ຄົງ (SEDA) ຂອງ​ບໍ​ລິ​ສັດ​ທີ່​ປຶກ​ສາ​​​ດ້ານການຄຸ້​ມ​ຄອງ Boston Consulting Group (BCG) ຢືນ​ຢັນ​ວ່າ, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ຫຼາຍ​ຢ່າງ​ໃນ​ວິ​ວັດ​ການ​ຫັນ​ລະ​ດັບ​ວັດ​ທະ​ນາ​ຖາ​ວອນ​ດ້ານ​ເສ​ດ​ຖະ​ກິດ​ໄປ​ສູ່​ຄຸນ​ນະ​​ພາບ​ຊ​ີວ​ິດ​ຕົວ​ຈິງຂອງ​ປະ​ຊາ​ຊົນ. ການ​ຕີ​ລາ​ຄາ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ການ​ປະ​ຊຸ​ມ​ຂ່າວ “ປະ​ເທດດອກ​ບົວ: ຮັກ​ສາ​ຜົນ​ງານ​​ອັນປະ​ທັບ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ” ເຊິ່ງ BCG ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 23/03 ຢູ່​ຮ່າ​ໂນ້ຍ. ຕາມນັ້ນ​ແລ້ວ, ​ປະ​ຈຸ​ບັນ ຫວຽດ​ນາມ ພວມ​ແມ່ນ​​ໜຶ່ງ​ໃນ​ບັນ​ດາ​ປະ​ເທດນຳ​ໜ້າ​ໂລກ (ຢືນ​ອັນ​ດັບ​ທີ 4 ໃນ​ຈຳ​ນວນ 149 ປະ​ເທດ​ທີ່​​ໄດ້​ນຳ​ເຂົ້າ​ຄົ້ນ​ຄວ້າ) ກ່ຽວ​ກັບ​ກຳ​ລັງຄວາມ​ສາ​ມາດ​ຫັນ​ປ່ຽນ​ລະ​ດັບ​​ວັດ​ທະ​ນາ​ຖາ​ວອນ​ດ້ານ​ເສດ​ຖະ​ກິດ ໄປ​ສູ່​ຄຸນ​ນະ​ພາບ​ຊີ​ວິດ​​ຄົວ​ຈິງຂອງ​ປະ​ຊາ​ຊົນ. ບົດ​ລາຍ​ງານ​ຂອ​ງ BCG ກໍ​ສະ​ເໜີ​​ລັດ​ຖະ​ບານ​ຫວຽດ​ນ​າມ ​ກ່ຽວ​ກັບ​ບາງການ​ເຄື່ອນ​ໄຫວ​ລະ​ອຽດ​ຄື: ຍົກ​ສູງກ​ຳ​ລັງ​ຄວາມ​ສາ​ມາດ​ໃຫ້​ຕະ​ຫຼ​າດ​ແຮງ​ງານ, ຈ​ັດ​ຕ​ັ້ງ​ການ​ສອນ​ວິ​ຊາ​ຊີບ​ໃຫ້​ຄົນ​ໜຸ່ມທີ່​ມຸ່ງ​ໄ​ປ​ເຖິງ​ບັນ​ດາ​ຂົງ​ເຂດ​​ທີ່ມີ​ຄວາມ​ຕ້ອງ​ການ​ດ້ານ​ແຮງ​ງານ​ສູງ.

ຂ່າວ/ບົດ​ອື່ນ