ຫວຽດນາມບໍ່ດັດປັບບັນດາຕົວເລກຄາດໝາຍເສດຖະກິດ-ສັງຄົມ

ຫວຽດນາມບໍ່ດັດປັບບັນດາຕົວເລກຄາດໝາຍເສດຖະກິດ-ສັງຄົມ - ảnh 1
ທ່ານ ຫງວຽນ​ວັນ​ເນນ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ
(ພາບ: baomoi.com)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວາລະ​ປະຊຸມ​ປະຈຳ​ເດືອນ​ຂອງ​ລັດຖະບານ, ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 1/7, ຢູ່​ຮ່າ​ໂນ້ຍ. ທ່ານ ຫງວຽນ​ວັນ​ເນນ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຢືນຢັນ​ວ່າ: ລັດຖະບານ​ໄດ້​ເປັນ​ເອກະສັນ​ກັນ​ບໍ່​ດັດ​ປັບ​ບັນດາ​ຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ, ມານະ​ພະຍາຍາມ, ສຸມ​ໃສ່​ແກ້​ໄຂ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ, ປະຊາຊົນ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ​ເພື່ອ​ພັດທະນາ ​ແລະ ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ພະຍາຍາມ​ບັນລຸ​ຕົວ​ເລກ​ຄາດໝາຍ​ເຕີບ​ໂຕ​ວາງ​ອອກ​​ໃນ​ທ້າຍ​ປີ​ປະມານ 5,8%.

    ທ່າ​ນລັດຖະມົນຕີ ຫງວຽນ​ວັນ​ເນນ, ກໍ່​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​​ເຖິງ​ເສດຖະກິດ - ສັງຄົມ​ຍ້ອນ​ສະພາບ​ສັບສົນ​ໃນ​ທະ​ເລ​ຕາ​ເວັນອອກກໍ່​ຂຶ້ນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ຊີ້​ນຳ​ຕ້ອງສ້າງສາ ​ແລະ ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ເຄື່ອນ​ໄຫວ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​​ແໜງ​ການ, ທ້ອງຖີ່​ນຕ້ອງ​ໝູນໃຊ້, ຂຸດ​ຄົ້ນ​ບັນດາ​ສັນຍາ​ການ​ຄ້າ, ຄຳ​ໝັ້ນ​ສັນຍາ​ສາກົນ, ສົ່ງ​ເສີມ​​ການ​ຊົມໃຊ້​ສິນຄ້າພາຍ​ໃນ​ປະ​ເທດ, ປະຕິບັດ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ” ຢ່າງ​ມີ​ປະສິດທິ​ຜົນ.​.​.​

 



ຂ່າວ/ບົດ​ອື່ນ