ຫວຽດນາມບັນລຸໄດ້ຜົນງານໃຫຍ່ຫຼວງໃນການພັດທະນາເສດຖະກິດແລະລົບລ້າງຄວາມອຶດຫິວ,ຫຼຸດຜ່ອນຄວາມທຸກຍາກ

ຫວຽດນາມບັນລຸໄດ້ຜົນງານໃຫຍ່ຫຼວງໃນການພັດທະນາເສດຖະກິດແລະລົບລ້າງຄວາມອຶດຫິວ,ຫຼຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 27/05, ສື່​ເອ​​ເລັກ​ໂຕ​ນິກສຳນັກ​ຂ່າວສານ Deutsche welle – DW ​ໄດ້​ມີ​ບົດ​ຂຽນ “ຜົນງານ​ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກຂອງ​ຫວຽດນາມ” ບົດ​ຂຽນ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປະຕິບັດສຳ​ເລດ​ບັນດາ​ຄາດໝາຍ​ສະຫັດ​ສະຫວັດຂອງສະຫະ​ປະຊາ​ຊາດກ່ຽວ​ກັບ​ການລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​. ຕາມ​ບົດ​ຂຽນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ​ດີກ​ວ່າ​ບໍ່​ວ່າ​ປະ​ເທດ​ໃດ​ໃນ​ໂລກ, ບົນ​ພື້ນຖານ​ບົດ​ລາຍ​ງານທີ່​ປະກາດ​ໃນ​ວັນ​ທີ 27/05 ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO). ຕາມ​ບົດ​ລາຍ​ງານ​ຂອງ FAO, ຖ້າ​ຫາກ​ປີ 1990, 1/3 ຈຳນວນ​ພົນລະ​ເມືອງ​ຫວຽດນາມ ຢູ່​ໃນ​ສະພາບ​ອຶດຫິວ​ທຸກ​ຍາກ, ມາ​ຮອດ​ປະຈຸ​ບັນ​ຈຳນວນ​ຕົວ​ເລກ​ດັ່ງກ່າວ​ພຽງ​ແມ່ນ 1/10. ໜັງສືພິມ DW ຕີ​ລາຄາ​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນງານ​ໃຫຍ່​ຫຼວງທີ່​ສຸດ​ຂອງ​ຫວຽດນາມ.

        ບົດ​ຂຽນ​ກໍ່​ຄັດ​ສະ​ເໜີ​ຂໍ້​ສັງ​ເກ​ດຂອງ​ປະລິຍາ​ເອກ Gergard Will, ນັກ​ຊ່ຽວຊານ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສັງ​ກັດ​ສະ​ຖາ​ບັນ​ວິທະຍາສາດ ​ແລະ​ການ​ເມືອງ​ເຢຍລະ​ມັນ, ທີ່ຕີ​ລາຄາ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ຖືກຕ​້ອງ​​ໃນ​ການປະຕິບັດ​ແນວທາງ​ປ່ຽນ​ໃໝ່​ໃນ​ເມື່ອ​ປີ 1986. ກ່ຽວ​ກັບ​ບັນ​ດາໝາກຜົນ​​ໃນ​ການ​ປະຕິ​ບັດ​ຄາດໝາຍ​ສະຫັດ​ສະຫວັດ​ຂອງ​ຊະ​ຫະປະຊາ​ຊາດ, ບົດ​ຂຽນ​ສືບ​ຕໍ່​ຄັດ​ສະ​ເໜີຂໍ້​ສັງ​ເກດ​ຂອງປະລິຍາ​ເອກ Gergard Will ​ໂດ​ຍຖື​ວ່າ, ປະຈຸ​ບັນ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ໃຫຍ່​ຫຼວງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ, ​ແຕ່​ຍັງ​ສືບ​ຕໍ່​ມີ​ນະ​ໂຍບາຍ​​ຕື່ມ​ອີກ​ເພື່ອ​​ໃນບັນ​ດາ​ຜົນງານ​ດັ່ງກ່າວ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ເຂດ​ຫ່າງ​ໄກຊອກ​ຫຼິກ, ​ເຊິ່ງພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ