ຫວຽດນາມປົກປ້ອງແລະຊຸກຍູ້ສິດທິມະນຸດຢ່າງເຂັ້ມງວດ

(VOVWORLD) -ຫວຽດນາມ ໄດ້ກວດກາຄືນ ແລະ ແຈ້ງໃຫ້ຊາບວ່າ ຈະປະຕິບັດ 241 ໃນຈຳນວນ 291 ຂໍ້ສະເໜີແນະເຊິ່ງບັນດາປະເທດໄດ້ຍົກອອກມາ, ບັນລຸອັດຕາເກືອບ 83%.
ຫວຽດນາມປົກປ້ອງແລະຊຸກຍູ້ສິດທິມະນຸດຢ່າງເຂັ້ມງວດ - ảnh 1 (ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ)

       ທີ່ກອງປະຊຸມຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກກວດກາປະຈຳໄລຍະກ່ຽວກັບສິດທິມະນຸດຮອບທີ 3 ຢູ່ສະຫະປະຊາຊາດ, ໃນວັນທີ 04 ກໍລະກົດຜ່ານມາ, ຫວຽດນາມ ໄດ້ກວດກາຄືນ ແລະ ແຈ້ງໃຫ້ຊາບວ່າ ຈະປະຕິບັດ 241 ໃນຈຳນວນ 291 ຂໍ້ສະເໜີແນະເຊິ່ງບັນດາປະເທດໄດ້ຍົກອອກມາ, ບັນລຸອັດຕາເກືອບ 83%.

        ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ, ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນວິວັດການສ້າງກົດໝາຍ; ຜົນງານໃນການຕິດພັນລະຫວ່າງການພັດທະນາເສດຖະກິດ - ສັງຄົມກັບການພັດທະນາແບບຍືນຍົງ, ໃນນັ້ນມີບັນຫາລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ບັນຫາກ່ຽວຂ້ອງເຖິງສິດຂອງຜູ້ອອກແຮງງານ.

        ແບ່ງປັນກ່ຽວກັບບັນດາບາດກ້າວຕໍ່ໄປຂອງຫວຽດນາມ ເພື່ອແນໃສ່ປະຕິບັດ 241 ຂໍສະເໜີແນະເຊິ່ງຫວຽດນາມ ໄດ້ຖະແຫຼງຮັບຮູ້ໃນຮອບທີ 3 ນີ້, ທ່ານຮອງລັດຖະມົນຕີ ເລຮວ່າຍຈູງ, ເນັ້ນໜັກວ່າ.

        “ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ກະຊວງການຕ່າງປະເທດ ແມ່ນຫົວໜ່ວຍໄດ້ຮັບການມອບໝາຍໜ້າທີ່ເປັນປະທານ, ຈະຕີລາຄາບັນດາຂໍ້ສະເໜີແນະເຫຼົ່ານັ້ນເຊິ່ງນອນໃນຂົງເຂດໃດແດ່. ຫຼັງຈາກນັ້ນຈະຈັດແບ່ງວຽກງານໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ມີການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ. ຫວຽດນາມ ກໍ່ຈະທາບທາມຄວາມເຫັນຈາກບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອຈາກນັ້ນສ້າງໂຄງການກະທຳເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ.”

ຕອບກັບ

ຂ່າວ/ບົດ​ອື່ນ