ຫວຽດນາມປະກອບສ່ວນ ເຂົ້າໃນເລື່ອງຜັນຂະຫຍາຍ ຂໍ້ຕົກລົງນິວເຄຼຍຂອງອີຣານ


ຫວຽດນາມປະກອບສ່ວນ ເຂົ້າໃນເລື່ອງຜັນຂະຫຍາຍ ຂໍ້ຕົກລົງນິວເຄຼຍຂອງອີຣານ - ảnh 1

(ພາບ: Reuters)

 (vovworld)-  ວັນ​ທີ 5/12,  ຢູ່​ຮ່າ​ໂນ້ຍ, ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ຫວຽດນາມ ຕໍ່​ຂໍ້​ຕົກລົງ​ແຫ່ງ​ປະຫວັດສາດ​ທີ່​ ອີຣານ ​ແລະ ກຸ່ມ P5+1 ຫາ​ກໍ່​ບັນລຸ​ໄດ້​ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ, ທ່ານ​ເລ​ຫາຍ​ບິ່ງ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “ຫວຽດນາມ ຊົມ​ເຊີຍ​ຂໍ້​ຕົກລົງ​ເມື່ອ​ວັນ​ທີ 24/11/2013 ລະຫວ່າງ ອີຣານ ​ແລະ ກຸ່ມ P5+1, ຖື​ວ່າ, ນີ້​ແມ່ນ​ບາດກ້າວ​ພັດທະນາ​ສຳຄັນ ມຸ້ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນຫານິວ​ເຄຼຍຂອງ​ອີຣານ ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ​ເຈລະຈາ. ຫວຽດນາມ ຈະ​ພ້ອມ​ກັບ​ປະຊາ​ຄົມ​ໂລກ ມີ​ຄວາມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ປະກອບສ່ວນ​ເຂົ້າໃນການ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ດັ່ງກ່າວ​ຢ່າງ​ເຂັ້ມງວດ ​ແລະ ຄົບ​ຖ້ວນ“.

  ​ຕອບຄຳ​ຖາມກ່ຽວ​ກັບປະຕິກິລິຍາຂອງ​ຫວຽດນາມ ຕໍ່​ເລື່ອງ​ຈີນ​ ສ້າງ​ເຂດ​ປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຮວາ​ຕຸ​ງ, ທ່ານ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ:

  “ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກຕ້ອງ​ໄດ້​ຮັບ​ການ​ເຄົາລົບ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຕ່າງ​ໆ​ທີ່​ກ່ຽວຂ້ອງ, ປະຕິບັດ​ກົດໝາຍ​ສາກົນ ​ແລະ ສອດຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນ​ໃຫ້​ແກ່ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ບໍ່​ກໍ່​ຄວາມ​ເຄັ່ງ​ຕຶງ​ກໍ່​ຄື​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ“./.

  

ຂ່າວ/ບົດ​ອື່ນ