ຫວຽດນາມປະກອບສ່ວນຢ່າງມີປະສິດທິຜົນຢູ່ເວທີປາໄສການເມືອງອາຊີ-ເອີລົບຄັ້ງທີ 3

(VOVWORLD) -ໃນລະຫວ່າງວັນທີ 05 – 07 ເມສາ, ຢູ່ນະຄອນຫຼວງ Colombo, ປະເທດສີລັງກາ, ຜູ້ແທນພັກການເມືອງ ແລະ ນັກຊ່ຽວຊານ 25 ທ່ານ ທີ່ມາຈາກ 23 ປະເທດອາຊີ, ເອີລົບ ໄດ້ເຂົ້າຮ່ວມເວທີປາໄສການເມືອງອາຊີ - ເອີລົບ ຄັ້ງທີ 3

ດ້ວຍຫົວຂໍ້ວ່າ “ບັນດາພັກການເມືອງໃນການແກ້ໄຂສິ່ງທ້າທາຍກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ວຽກເຮັດງານທຳໃນສະພາບການເພີ່ມຂຶ້ນຂອງພົນລະເມືອງທີ່ມີອາຍຸສູງ ແລະ ບັນດາບັນຫາຮີບດ່ວນໃນປະຈຸບັນຢູ່ອາຊີ”.

        ທີ່ເວທີປາໄສ, ຜູ້ຕາງໜ້າບັນດາພັກການເມືອງ ໄດ້ປຶກສາຫາລືບາງບັນຫາໃຫຍ່ທາງດ້ານເສດຖະກິດ, ສັງຄົມທີ່ພວມພົ້ນເດັ່ນຂຶ້ນຢູ່ອາຊີ, ໂດຍສະເພາະແມ່ນບັນຫາພົນລະເມືອງເຖົ້າແກ່, ໄຈ້ແຍກບັນດາສິ່ງທ້າທາຍ, ບັນຫາວຽກເຮັດງານທຳທີ່ເກີດຂຶ້ນ ແລະ ແບ່ງປັນບົດຮຽນຂອງບັນດາພັກໃນການແກ້ໄຂບັນດາສິ່ງທ້າທາຍ. ບັນດາພັກໄດ້ເນັ້ນໜັກເຖິງມາດຕະການແກ້ໄຂເພື່ອຮັບປະກັນຄວາມຍຸຕິທຳສັງຄົມ, ຍົກສູງຄຸນນະພາບລະບົບຮັບປະກັນຊີວິດສັງຄົມ, ເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມ, ເປີດກວ້າງກາລະໂອກາດໃຫ້ຜູ້ອາຍຸສູງປະກອບສ່ວນໃຫ້ແກ່ປະຊາຄົມພາຍຫຼັງບຳນານ. ບັນດາພັກເຂົ້າຮ່ວມເວທີປາໄສໄດ້ຮັບຮອງເອົາຖະແຫຼງການ Colombo, ເນັ້ນໜັກເຖິງການເພີ່ມຂຶ້ນຂອງພົນເມືອງທີ່ມີອາຍຸສູງພວມກາຍເປັນສິ່ງທ້າທາຍທົ່ວໂລກ, ຢືນຢັນບົດບາດສຳຄັນຂອງບັນດາພັກການເມືອງ ໃນການຊຸກຍູ້ລັດຖະບານບັນດາປະເທດຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ.

        ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາວາລະປຶກສາຫາລື, ປະກອບສ່ວນຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວຂອງເວທີປາໄສການເມືອງ ອາຊີ - ເອີລົບ ຄັ້ງທີ 3 ແລະ ກອງປະຊຸມສາກົນບັນດາພັກການເມືອງອາຊີ ຄັ້ງທີ 32.

ຕອບກັບ

ຂ່າວ/ບົດ​ອື່ນ