ຫວຽດນາມປະກອບສ່ວນເຂົ້າບັນດາບັນຫາສາທາລະນະສຸກຫຼັກແຫຼ່ງທົ່ວໂລກ

ຫວຽດນາມປະກອບສ່ວນເຂົ້າບັນດາບັນຫາສາທາລະນະສຸກຫຼັກແຫຼ່ງທົ່ວໂລກ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ ຫງວຽນ​ທິ​ກິມ​ຕຽນ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: TTXVN)

(vovworld) - ໃນ​ລະ​ຫວ່າງວັນ​ທີ 30 - 31/05, ຄະ​ນະ​ຜູ້​ແທນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໂດຍ​ທ່ານ​ນາງລັດ​ຖະ​ມົນ​ຕີ ຫງວຽນ​ທິ​ກິມ​ຕຽນ ນຳ​ໜ້າ ໄດ້​ເຂົ້​າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 139 ສະ​ພາບ​ໍ​ລິ​ຫານງານ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຢູ່​ເຊີ​ແນວ​, ປະ​ເທດ​ສະ​ວິດ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ ໄດ້​ປະ​ກອບ​ຄຳ​ເຫັນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ ເຊິ່ງ​ໄດ້​ດ​ຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ, ໃນ​ນັ້ນ​ມີ​ພະ​ຍາດ​ທີ່​ສົ່ງ​ຜົນ​ສະ​ທ​້​ອນ​ເຖິງລະ​ບົບ​ເສັ້ນ​ປະ​ສາດ, ​ມັນ​ສະ​ໝອງ​​ຄື​ພະ​ຍາດ Alzheimer, ການ​ສ້າງ​​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ຫູ​ໜວກ, ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ເຖິງ​ສຸ​ຂະ​ພາບ​ຂອງ​ມະ​ນຸດ... ທີ່​ເວ​ທີ​ປາ​ໄສ ສະ​ພາ​ບໍ​ລິ​ຫານ​ງານ WHO ກ​ໍ​ຄື ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ, ຫວຽດ​ນາມ ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ພະ​ຍາດ​ທີ່​ຫາ​ກໍ່​ເກີດ​​ຂຶ້ນ​ໃໝ່ ແລະ ອັ​ນ​ຕະ​ລາຍ​ຄື​ພະ​ຍາດ Ebola, ​ອາ​ການ​ອັກ​ເສບ​​ທາງລະບົບ​ຫາຍ​ໃຈ​ຮຸນ​ແຮງເຂດ​ຕາ​ເວັນ​ອອກ​ກາງ (MERS – CoV)… ເຊິ່ງ​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ.

        ໃນ​ອາ​ຍຸ​ການ 2016 – 2019, ຫວຽດ​ນາມ​ ແລະ Fiji ແມ່ນ 2 ປະ​ເທດ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ພາກ​ພື້ນ​ທາງ​ທິດ​ຕາ​ເວັນ​ຕົກ​ປາ​ຊີ​ຟິກ ຢູ່​ສະ​ພາ​ບໍ​ລິ​ຫານ​ງານ WHO.

ຂ່າວ/ບົດ​ອື່ນ