ຫວຽດນາມປະຕິບັດ ສິດທິມະນຸດໃຫ້ແກ່ຊົນເຜົ່າ ສ່ວນໜ້ອຍເປັນຢ່າງດີ
ໃຫ້ຄຳປຶກສາເບິ່ງແບງສຸຂະພາບຢູ່ເມືອງເມື່ອຈ່າ
(ພາບ: vietnamplus.vn)
|
(vovworld) - ຫວຽດນາມປະຕິບັດສິດທິມະນຸດໃຫ້ແກ່ຊົນເຜົ່າສ່ວນໜ້ອຍເປັນຢ່າງດີ, ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ewa Chylinski, ຜູ້ຊ່ຽວຊານທີ່ປຶກສາຂັ້ນສູງ ສັງກັດສູນເອີລົບ ທີ່ການສຳມະນາເຝິກອົບຮົມທີ່ມີຫົວຂໍ້ວ່າ ”ແລກປ່ຽນຂໍ້ມູນມາດຖານສາກົນ ເພື່ອໃຫ້ຊາວຊົນເຜົ່າສ່ວນໜ້ອຍສຳພັດກັບສິດທິມະນຸດໃນການເຂົ້າຮ່ວມການສ້າງ ແລະ ປະຕິບັດນະໂຍບາຍຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຊິ່ງນຳໃຊ້ໃນກອບກົດໝາຍຢູ່ຫວຽດນາມ” ໂດຍຄະນະກຳມະການຊົນເຜົ່າສົມທົບກັບຄະນະສະຫະພາບເອີລົບປະຈຳຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 7 ແລະ ວັນທີ 8/3 ຢູ່ແຂວງ ເລິມດົ່ງ. ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບກົດໝາຍ, ນະໂຍບາຍທີ່ມີຕໍ່ຊົນເຜົ່າສ່ວນໜ້ອຍ ແລະ ສິດຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມ… ບັນດາຜູ້ແທນຖືວ່າ ລັດຄວນສືບຕໍ່ເພີ່ມທະວີການລົງທຶນໃຫ້ເຂດຊົນເຜົ່າສ່ວນໜ້ອຍ, ຊ່ວຍເຂົາເຈົ້າພັດທະນາເສດຖະກິດ - ສັງຄົມໃນທ້ອງຖີ່ນ.