ຫວຽດນາມປະຕິບັດຄຳໝັ້ນສັນຍາເຊື່ອມໂຍງແລະຮ່ວມມືກັບບັນດາປະເທດອາຊຽນ

ຫວຽດນາມປະຕິບັດຄຳໝັ້ນສັນຍາເຊື່ອມໂຍງແລະຮ່ວມມືກັບບັນດາປະເທດອາຊຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
(ພາບ​ປະ​ກອບ)

(vovworld) - ​ເນື່ອງ​ໃນ​ໂອກາດ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 31/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ມີ​ບົດ​ປາ​ໄສ​ສຳຄັນ, ຢືນຢັນ​ວິວັດທະນາ​ການ​ຮ່ວມ​ມື​ສຳ​ເລັດ​ຜົນ​ບົນ​ຈິດ​ໃຈ​ສາມັກຄີ, ຫຼັກການ​ເຫັນ​ດີ​ເຫັນ​ພ້ອມ, ​ເປັນ​ເອກະ​ພາບ​ຂອງ​ອາ​ຊຽນ​ໃນ​ເກືອບ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ນັບ​ແຕ່​ກາຍ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, 20 ປີຜ່ານມາ, ຍາມ​ໃດ​ ຫວຽດນາມ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ຕັ້ງ ​ແລະ ມີ​ການ​ປະກອບສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ​ຂອງ​ອາ​ຊຽນ. ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ແມ່ນ​ຂໍ້​ຕົກລົງ​ຍຸດ​ທະ​ສາດ, ​ເປັນ​ຂີດ​ໝາຍ​ສຳຄັນ​ທຳ​ອິດ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ຫັນການ​ພົວພັນ​ກັບ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ ​ແລະ ການປະຕິບັດ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້ແຈ້ງວ່າ:

        “ໃນໄລຍະຈະມາເຖິງ, ເພື່ອເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ, ດ້ວຍບົດບາດທີ່ຕັ້ງ​ໃຫຍ່​ກວ່າໃຫ້ສຳເລັດຜົນ, ຫວຽດນາມ​ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ ​ແລະ ຫົວຄິດ​ປະດິດ​ສ້າງຢ່າງ​ແຮງ; ພ້ອມ​ກັນ​ຜ່ານ​ຜ່ານ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ທຸກ​ຢ່າງ; ສະ​ແຫວ​ງຫາ​ກາລະ​ໂອກາດ​ທີ່​ສະດວກ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ. ຫວຽດນາມ​ຈະ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ພ້ອມ​ກັບ​ບັນດາ​ປະ​ເທດ​ພາຄີ​ຢ່າງ​ເຂັ້ມ​ງວດ, ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ໄຊ“.

ຂ່າວ/ບົດ​ອື່ນ