ຫວຽດນາມປະຕິບັດນະໂຍບາຍເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ

(VOVWORLD) -ພຸດທະສາສະໜາຫວຽດນາມ ດ້ວຍມູນເຊື້ອເກືອບ 2000 ປີ ຍາມໃດກໍສະໜິດຕິດພັນ, ຮ່ວມກັບຊາດ.

ຫວຽດນາມປະຕິບັດນະໂຍບາຍເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ,ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິງ ກ່າວຄຳເຫັນທີ່ພິທີ

(ພາບ: VGP/ Le Son)

ຕອນເຊົ້າວັນທີ 29 ພຶດສະພາ, ທີ່ວັດກວ໋ານຊື໋ (ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ), ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ, ພສ 2562, ຄສ 2018. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ,ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ຢືນຢັນວ່າ: ພຸດທະສາສະໜາຫວຽດນາມ ດ້ວຍມູນເຊື້ອເກືອບ 2000 ປີ ຍາມໃດກໍສະໜິດຕິດພັນ, ຮ່ວມກັບຊາດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ເນັ້ນໜັ້ກວ່າ:

        “ພັກ, ລັດປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີເຫຼື້ອມໃສສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນການເຄື່ອນໄຫວທາງສາສະໜາຖືກຕ້ອງຕາມກົດໝາຍ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຕັ້ງໜ້າທີ່ເປັນມູນເຊື້ອຂອງຊາດ.ເນື່ອງໃນວັນບຸນວິສາຂະບູຊາ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ຄະນະພັກຂັ້ນຕ່າງໆຕະຫຼອດຮອດທ້ອງຖິ່ນ ຈົ່ງເອົາໃຈໃສ່ແນະນຳ, ຊ່ວຍເຫຼືອສ້າງເງື່ອນໄຂໃຫ້ບັນດາສາສະໜາເວົ້າລວມ ແລະ ພຸດທະສາສະໜາເວົ້າສະເພາະ ໄດ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສ້າງສະພາບແວດລ້ອມການເຄື່ອນໄຫວທາງສາສະໜາ, ການເຫຼື້ອມໃສຂອງຊາວຫວຽດນາມເປັນປົກກະຕິ, ປອດໃສ ແລະ ພ້ອມກັນສ້າງສາປະເທດຊາດໃຫ້ພັດທະນາ, ປະກອບສ່ວນກໍ່ສ້າງໂລກສັນຕິພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ