ຫວຽດ​ນາມ​ປະ​ຕິ​ເສດ​ຄຳ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ການ​ຕ່າງ​ປະ​ເທດ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕຢູ່​ໝູ່​ເກາະ​ເຈື່ອງ​ຊາ

(VOVWORLD) -ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ. 
ຫວຽດ​ນາມ​ປະ​ຕິ​ເສດ​ຄຳ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ການ​ຕ່າງ​ປະ​ເທດ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕຢູ່​ໝູ່​ເກາະ​ເຈື່ອງ​ຊາ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: dangconsan.vn)

ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ. ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ. ສະພາບການຕົວຈິງຂອງປະຫວັດສາດໄດ້ສະແດງໃຫ້ເຫັນສິ່ງນີ້ຢ່າງຈະແຈ້ງ.

        ແຜນນະໂຍບາຍຂອງ ຫວຽດນາມແມ່ນ ທຸກໆການຂັດແຍ່ງສາກົນ, ໃນນັ້ນມີການຂັດແຍ່ງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ, ຮ່ວາງຊາ, ຕ້ອງແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ກົດບັດ ສປຊ.

        ຫວຽດນາມມີຄວາມປາດຖະໜາຢາກພ້ອນກັບຈີນມານະພະຍາຍາມປະກອບສ່ວນພັດທະນາສາຍພົວພັນລະຫວ່າງສອງປະເທດ, ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ