ຫວຽດນາມປາດຖະຫນາຢາກສືບຕໍ່ໄດ້ຮັບການຮ່ວມມືຂອງທະນາຄານໂລກ

ຫວຽດນາມປາດຖະຫນາຢາກສືບຕໍ່ໄດ້ຮັບການຮ່ວມມືຂອງທະນາຄານໂລກ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາງVictoria Kawakwa
ພາບ:internet


(vovworld)-  ນີ້​ແມ່ນ​ຄຳ​​ເຫັນ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria Kawakwa, ຜູ້ອຳນວຍການ​ທະນາຄານ​ໂລກ WB ປະຈຳ​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 23/1. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລ້ວ, ການ​ຮ່ວມ​ມື​ນີ້​​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ໃຫ້ ຫວຽດນາມ ບັນລຸ​ໄດ້​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ ສັງຄົມ​ປີ 2014. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະຫນາ​ຢາກ​ບັນດາ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ WB ​ໃນ​ປີ 2014 ຈະ​ມີ​ບາດກ້າວ​ພັດທະນາ​ໃຫມ່, ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ. ທ່ານ​ນາງ Victoria Kawakwa ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່​ສານ​ຕົ້ນ​ປີ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ​ໃນ​ນັ້ນ​ຍົກ​ໃຫ້​ເຫັນ​ຫລາຍ​ບັນຫາ​ສຳຄັນ​ທີ່​ມີ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ. ທ່ານ​ນາງ ຍັງ​ເວົ້າ​ວ່າ: ຫວຽດນາມ ຄວນ​ເອົາ​ໃຈ​​ໃສ່ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ຢ່າງ​ຂ້ຽວຂາດ​ກວ່າ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ເພື່ອ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ ​ເໝາະສົມ ​ແລະ ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ