ຫວຽດນາມປາດຖະຫນາຢາກຮັກສາການພົບປະເຈລະຈາ, ຊອກຫາມາດຕະການໃຫ້ແກ່ບັນດາຄວາມແຕກໂຕນ

(VOVWORLD) -ວັນທີ 25 ເມສາ ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ຫນ້າຂໍ້ຕົກລົງຫວ່າງແລ້ວນີ້ຂອງປະທານາທິບໍດີ ອາເມລິກາ D.Trump ໄດ້ເລີ່ມນຳໃຊ້ກົດໝາຍ Helms – Burton. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:

“ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນສະຫນັບສະຫນູນບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງ ອາເມລິກາ ຢຸດຕິບັນດານະໂຍບາຍ ແລະ ກົດໝາຍທີ່ຂວ້ຳບາດ, ປິດລ້ອມເສດຖະກິດ ການຄ້າ ແລະ ການເງິນ ຕ້ານ ກູບາ. ຫວຽດນາມ ປາດຖະຫນາຢາກ ອາເມລິກາ ແລະ ກູບາ ຮັກສາການພົບປະເຈລະຈາ, ສ້າງສັນ ແລະ ຮ່ວມມື, ຊອກຫາມາດຕະການໃຫ້ແກ່ຄວາມແຕກໂຕນ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ພາກພື້ນ.”

ກ່ຽວຂ້ອງເຖິງການພົບປະສຸດຍອດລະຫວ່າງ ລັດເຊຍ ແລະ ສປປ ເກົາຫລີ ໃນວັນທີ 25 ເມສາ, ທັດສະນະຂອງຫວຽດນາມ ກ່ຽວກັບການພົວພັນລະຫວ່າງ ລັດເຊຍ ແລະ ສປປ ເກົາຫລີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງຊີ້ແຈ້ງວ່າ: ຫລັກໝັ້ນຂອງຫວຽດນາມ ແມ່ນສະຫນັບສະຫນູນວິວັດທະນາການສັນຕິພາບ ແລະ ປອດນິວເຄຼຍ ໃນແຫລມເກົາຫລີ. ຫວຽດນາມ ສະຫນັບສະຫນູນ ຄວາມມານະພະຍາຍາມການພົບປະເຈລະຈາລະຫວ່າງບັນດາຝ່າຍ ເພື່ອເປົ້າໝາຍນີ້, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນແຫລມເກົາຫລີ, ໃນພາກພື້ນ ກໍ່ຄືໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ