ຫວຽດ​ນາມ​​ປາດ​ຖະ​ໜາກ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ໃກ້​ຊິດ​ສະ​ໜິດ​ແໜ້​ນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ ໂອ​ຕາ​ລິດ​ ເລິກ​ເຊິ່ງກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ

(VOVWORLD) -ວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໂອຕາລິດ Sebastian Kurz.

ຫວຽດ​ນາມ​​ປາດ​ຖະ​ໜາກ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ໃກ້​ຊິດ​ສະ​ໜິດ​ແໜ້​ນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ ໂອ​ຕາ​ລິດ​ ເລິກ​ເຊິ່ງກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສ.ໂອຕາລິດ ເປັນສຳຄັນ, ທ່ານກໍ່ມີຄວາມຫວັງວ່າ ເຮັດໃຫ້ການພົວພັນສະໜິດແໜ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກໃນບັນດາຂົງເຂດ.

ສ່ວນທ່ານນາຍົກລັດຖະມົນຕີ Sebastian Kurz ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສຳຄັນຂອງ ໂອຕາລິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານໄດ້ຍົກສູງການພົວພັນຮ່ວມມື ຫວຽດນາມ - ໂອຕາລິດ  ແລະ ເນັ້ນໜັກວ່າ ສອງປະເທດຍັງຄວາມສາມາດບົ່ມຊ້ອມເພື່ອພັດທະນາເສດຖະກິດ.

ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ນາຍົກລັດຖະມົນຕີ ສອງຝ່າຍໄດ້ຢັ້ງຢືນຄວາມປາດຖະໜາຢາກສົມທົບກັນຢ່າງແໜ້ນແຟ້ນ ເພື່ອຂຸດຄົ້ນບັນດາກາລະໂອກາດເຊິ່ງ ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ນຳມາໃຫ້ຢ່າງມີປະສິດທິຜົນ, ໃຫ້ບູລິມະສິດໜູນຊ່ວຍພັດທະນາ, ເປັນຕົ້ນແມ່ນໃນບັນດາຂົງເຂດສາທາລະນະສຸກ, ສິ່ງແວດລ້ອມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ໂອຕາລິດ ຈົ່ງພິຈາລະນະໜູນຊ່ວຍ, ມອບໂອນວັນຊິນທີ່ຍັງເຫຼືອ, ຮ່ວມມືໃນການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ - 19, ພິຈາລະນະສະໜອງບັນດາວັດຖຸອຸປະກອນການແພດໃຫ້ແກ່ ຫວຽດນາມ ແລະ ປາດຖະໜາກຢາກ ໂອຕາລິດ ປະກອບສຽງເວົ້າເພື່ອແນໃສ່ຊຸກຍູ້ COVAX ຍູ້ໄວການແຈກຢາຍວັກຊິນໃຫ້ ຫວຽດນາມ ໃນໄລຍະຈະມາເຖິງ.

ນາຍົກລັດຖະມົນຕີ ສອງຝ່າຍ ກໍ່ເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດການສຶກສາບຳລຸງສ້າງ, ວິທະຍາສາດເຕັກນິກ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ. ສອງທ່ານກໍ່ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງການຮັບປະກັນຄວາມເສລີໃນການເດີນເຮືອ, ການບິນ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລຕາເວັນອອກ ແມ່ນ ຜົນປະໂຫຍດຂອງທົ່ວປະຊາຄົມສາກົນ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ