ຫວຽດນາມປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສັນຕິພາບຢູ່ໃນໂລກ

ຫວຽດນາມປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສັນຕິພາບຢູ່ໃນໂລກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ແລະ ທ່ານ​ນາງ Ameerah Haq, ຮອງ​ເລຂາທິການ​ໃຫຍ່ ສປຊ
(ພາບ: VGP/Hải Minh)

(vovworld) – ຕອນ​ບ່າຍ​ວັນ​ທີ 26/5, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ameerah Haq, ຮອງ​ເລຂາທິການ​ໃຫຍ່ ສປຊ, ຫົວໜ້າ​ກົມ​ໜູນຊ່ວຍ​​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ໃນ​ພື້ນ​ທີ່​ຕົວ​ຈິງ, ​ເນື່ອງ​ໃນ​ໂອກາດ​ທ່ານ​ນາງ ມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມພິທີ​ສ້າງ​ຕັ້ງ​ສູນ​ຮັກສາ​ສັນຕິພາບ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າເລື່ອງ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ ສປຊ ​ແມ່ນ​ຄຳ​ໝັ້ນ​ສັນຍາ​ເຂັ້ມ​ງວດ ​ແລະ ຍາວ​ນານ​ຂອງ ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ​​ສັນຕິພາບ​ໃນ​ໂລກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ນາຍ​ທະຫານ​ຕິດ​ຕໍ່​ພົວພັນ​ຂອງ ຫວຽດນາມ 2 ທ່ານ​ຈະ​ເລີ່​ມ​ເຂົ້າ​ຮ່ວມ​ຄະນະ​ປະ​ຕິ​ບັດ​ການງານ​ຮັກສາ​ສັນຕິພາບ ສປຊ ຢູ່ ຊູ​ດັງ​ໃຕ້ ນັບ​ແຕ່​ເດືອ​ນ 6/2014, ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ່​ຈະ​ສ້າງ​ເອກະສານນິຕິ​ກຳ​ເພື່ອ​ສ້າງກອບ​ກົດໝາຍ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ ​​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ​ໂດຍ​ໄວ. ສ່ວນ​ທ່ານ​ນາງ Ameerah Haq ຕີ​ລາຄາ​ສູງ​ການ​ປະກອບ​ສ່ວນ​ຂອງ ຫວຽດນາມ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ​ກ່ຽວ​ກັບ​ສັນຕິພາບ, ຄວາມ​ສະຫງົບ, ການ​ຮ່ວມ​ມື ​ແລະ ​ພັດທະນາ, ພິ​ເສດ​ແມ່ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຂົ້າ​ຮ່ວມ​​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ ຢ່າງຕັ້ງໜ້າ​​ພ້ອມ​ທັງຢັ້ງຢືນວ່າ ສປຊ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

    ກ່ອນ​ໜ້າ​ນັ້ນ, ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ມີ​ການພົບ​ປະ​ກັບ​ທ່ານ​ນາງ Ameerah Haq. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ປາດ​ຖະໜາ​ວ່າໃນ​​ໄລຍະ​ຈະ​ມາ​ເຖິງ, ສປຊ ຈະສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ຂົງ​ເຂດ​ອື່ນໆ​ຄື: ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ, ​ແບ່ງປັນ​ບົດຮຽນ, ຄວາມ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ.




ຂ່າວ/ບົດ​ອື່ນ