ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືດ້ານການທູດກັບລັດເຊຍ, ອັງກິດ ແລະ ອາຍແລນເໜືອ

ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືດ້ານການທູດກັບລັດເຊຍ, ອັງກິດ ແລະ ອາຍແລນເໜືອ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕ້ອນຮັບ
​​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ
(ພາບ: chinhphu.vn)


(vovworld) – ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Andrei Kovtun ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່ການ​ທູດຢູ່​ຫວຽດນາມ ​ໃນ​ວັນ​ທີ 03/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ ເອກ​ອັກຄະ​ລັດຖະທູດ Andrei Kovtun ​​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ 5 ປີ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ໃນ​ການ​ຍົກ​ລະ​ດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ສ້າງ​ຂອບ​ເຂດ​ໃໝ່​ໃຫ້ການ​ພົວພັນ 2 ຝ່າຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຢືນຢັນ​ຖື​ລັດ​ເຊຍ ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ຖື​ການ​ພົວພັນ​ກັບ​ລັດ​ເຊຍ ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ການ​ຮ່ວມ​ມື 2 ຝ່າຍຈະ​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ທະນາການ​ພັດທະນາ​ຢູ່​​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ  ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ແຫ່ງ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ​, ຮອບດ້ານ ​ແລະ ​ແທດ​ຈິງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້​ລັດຖະບານ​ອັງກິດ ສະໜັບສະໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU ​ເວົ້າ​ລວ​ມ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ​ໃນ​ຂອບ​ເຂດ ASEM, ASEAN – EU ​ແລະ ສະຫະ​ປະຊາ​ຊາດ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Giles Lever ຢືນຢັນ ລາຊະ​ອານາຈັກ​ອັງກິດ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽ​ດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ - ບຳລຸງ​ສ້າງ…

ຂ່າວ/ບົດ​ອື່ນ