ຫວຽດນາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກADB

ຫວຽດນາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກADB - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນຊວນ​ຟຸກ
​ຕ້ອນຮັບ​ທ່ານ Takehiko Nakao
(ພາບ: VGP)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 16/06 ຢູ່​ສຳນັກ​ງານ​ລັດຖະບານ ທ່ານ​ນາຍົກລັດ​ຖະມົນຕີ ຫວຽນດນາມ ຫງວຽນຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Takehiko Nakao ປະທານ​ທະນາຄານ​ພັດທະນາ​ອາຊີ (ADB) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ລັດຖະບານຢຶດໝັ້ນ​ຕໍ່​ຄາດໝາຍ​ເຕີບ​ໂຕ​ເສດຖະກິດ 6,7% ​ໃນ​ປີ 2016, ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້,ພັດທະນາ​ລະບອບ, ກໍ່ສ້າງ​ໂຄງ​ປະກອບ​ໂຄງ​ລ່າງ, ຮັກສາ​ສິ່ງ​​ແວດ​ລ້ອມ, ພັດທະນາ​ແຫຼ່ງຊັບພະຍາກອນ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ຄວບ​ຄຸມໜີ້​ສາທາລະນະ, ຍູ້​ແຮງການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທ​ດ (FDI) ​ເຂົ້າ​ບັນດາ​ຂົງ​ເຂດ​ບຸລິມະສິດ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ ADB ມີ​ບັນດາ​ການ​ໜູນ​ຊ່ວຍ​ທີ່ຈຳ​ເປັນ ​ແລະ ສືບ​ຕໍ່​ສະຫງວນ​ໃຫ້ ຫວຽດນາມ ​ແຫຼ່ງທຶນ​ບຸລິມະສິດ​ຂອງ ADB ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມທຸກ​ຍາກອຶດຫິວ, ການພັດທະນາບໍ່​ສະ​ໝ່ຳສະ​ເໝີ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ສວ່ນທ່ານ​ປະທານ ADB Takehiko Nakao ກໍ່ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຜົນງານດ້ານ​ເສດຖະກິດ​ສັງຄົມ​ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ຈຸດ​ພົ້ນ​ເດ່​ັນ​ແມ່ນ ລະດັບ​​ເຕີບ​ໂຕ​ເສດ​ຖະກິດ​ອັນຍາວ​ນາມ​ໄດ້​ຮັບປະກັນ, ​ໄພ​​ເງິນ​ເຟີ້​ຢູ່​ໃນ​ລະດັບຕ່ຳ, ອັດຕາ​ຄວາມທຸກ​ຍາກ​ອຶດຫິວ​ຕ່ຳ, ອັດຕາ​ເດັກ​ໄດ້​ໄປ​​ໂຮງຮຽນ​ສູງ. ທ່ານ​ປະທານ Takehiko Nakao ຢືນຢັນ​ວ່າ: ADB ພ້ອມ​ແລ້ວ​ທີ່ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ພະລັງງານ​ຜະລິດ​ຄືນ​ໃໝ່, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ…

ຂ່າວ/ບົດ​ອື່ນ