ຫວຽດນາມປາຖະໜາວ່າການພົວພັນຮ່ວມມືຍຸດທະສາດກັບຟລັ່ງກ່າວເຂົ້າສູ່ລວງເລິກ

ຫວຽດນາມປາຖະໜາວ່າການພົວພັນຮ່ວມມືຍຸດທະສາດກັບຟລັ່ງກ່າວເຂົ້າສູ່ລວງເລິກ - ảnh 1
ທ່ານ ຫ​ງວຽນ​ຊວນ​ຟູ໋ກ ຮອງ​ນາ​ຍົກ​ລັດ​​ຖະ​ມົນ​​ຕີ ຕ້ອນ​ຮັບ​
ທ່ານ Claude Bartolone ​ປະ​ທານ​ສະ​ພາ​ແ​ຫ່ງ​ຊາດ​​ຝ​ລັ່ງ
(ພາບ: VGP/LeSon)

(vovworld) - ຕອນ​ບ່າຍ​ວັນ​ທີ 18 ມີ​ນາ, ຢູ່​ຮ່າໂນ້ຍ, ​ກ່າວ​ຄວາມ​ເຫັນ​ທີ່ການ​ຕ້ອນ​ຮັບ​ ທ່ານ Claude Bartolone ​ປະ​ທານ​ສະ​ພາ​ແ​ຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ​​ຝ​ລັ່ງ ​ທີ່ພວມ​ຢ້ຽມ​ຢາມ ແລະ ເ​ຮັດ​ວຽກ ຢູ​່ຫວຽດ​ນາມ, ທ່ານ ຫ​ງວຽນ​ຊວນ​ຟູ໋ກ ຮອງ​ນາ​ຍົກ​ລັດ​​ຖະ​ມົນ​​ຕີ ໄດ້​ຕີ​ລາ​ຄາ​ສູງ ການ​ພົວ​ພັນ​ອັນ​ດີ​ງາມລະ​ຫວ່າງ​ຫວຽດ​ນາມ - ​ຟ​ລັ່ງໃນ​ໄລ​ຍະ​ຜ່ານ​ມາ, ​ແລະ​ຫວັງ ວ່າສອງ​​ປະ​ເທດ ຈະເພີ່ມ​ທະ​ວີການ​ຮ່ວມ​ມື ໃນ​ຫລາຍ​ຂົງ​ເຂດ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກ່າວ​ເຊົ້າສູ່​ລວງ​ເລິກ. ທ່ານ ຫງວຽນ​ຊວນ​ຟູ໋ກ ຮອງ​ນາ​​ຍົກ​ລັດ​​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ລັດ​ທະ​ບານ​ຫວຽດ​ນາມ ພ້ອບ​ແລ້ວ​​ທີ່​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​​ສະ​ດວກ ເພື່ອໃຫ້​ສອງ​ປະ​ເທດ​ສຳ​ຜັດ​ກັບ​ຕະຫລາດ​ຂອງ​ກັນ, ພ້ອມ​ທັງ​ ສ້າງ​​ເງື່ອນ​ໄຂ ເພື່ອ ໃຫ້​ວິ​ສາ​ຫະ​ກິດ ຝ​ລັ່ງ​ລົງ​ທືນ​ເຂົ້າ​ຫວຽດ​ນາມ ໃນທຸກ​ຂົງ​ເຂດ ​ເຊິ່ງ​ທັງສອງ​​ປະ​ເທດມີ​ທ່າ​ແຮ່ງ. ທ່ານ​ຮອງ​ນາ​ຍົກ​ລັດ​​ຖະ​ມົນ​ຕີ ກໍ່​ ຫວັງວ່າ ຝ​ລັ່ງ​ສືບ​ຕໍ່ ສະ​ໜອງ​ແຫຼ່ງ​ທຶນ ODA ​ໃຫ້​ແກ່ ຫວຽດ​ນາມ

ຂ່າວ/ບົດ​ອື່ນ