ຫວຽດນາມພັດທະນາກະສິກຳຕາມທິດຍືນຍົງ

ຫວຽດນາມພັດທະນາກະສິກຳຕາມທິດຍືນຍົງ - ảnh 1
ພາບ​ປະ​ກອບ

(​vovworld) – ຫວຽດ​ນາມ​ ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ທິດ​ຍືນ​ຍົງ - ສິ່ງ​ດັ່ງ​ກ່​າວ​ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ ເລກວກ​ແຢງ ຢັ້ງ​ຢືນ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ເນື່​ອງ​ໃນ​ໂອ​ກາດ​ວັນ​ທັນ​ຍາ​ຫານ​ໂລກ​ຄັ້ງ​ທີ 34 (16/10). ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລກວກ​ແຢງ ໃຫ້​ຮູ້​ວ່າ: ຫົວ​ຂໍ້​ຂອງວັນ​ທັນ​ຍາ​ຫານ​ໂລກ 2014 ເນັ້ນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ຂອງ​ການ​ປູກ​ຝັງ​ສຳ​ລັບຄອບ​ຄົວ ແລະ ບັນ​ດາ​ຄອບ​ຄົວ​ຜະ​ລິດ​ຂະ​ໜາດ​ນ້ອຍໃນ​ພາ​ລະ​ກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ, ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ທາດ​ບຳ​ລຸງ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ຄຸ້ມ​ຄອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊົນ​ນະ​ບົດ:

        “ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼ​າຍ​ຢ່າງ​ໃນ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອ​າ​ຫານ, ພິ​ເສດ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ກະ​ສິ​ກອນ​ໃນ​ການ​ຜະ​ລິດ, ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມນັ້ນ​ແມ່ນ​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຈາກປະ​ຊາ​ຄົ​ມ​ໂລກ. ອົງ​ການ​ອ​າຫານ ແລະ ກະ​ເສດ​ ສ​ປ​ຊ ໄດ້​ມີຫຼາຍ​ໂຄງ​ການ​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ເຕັກ​ນິກ​ການ​​ປູກ​ຝັງ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ໃຫ້​ສຳ​ເລັດ, ພວກ​ເຮົາ​ຕ້ອງ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​​ຈາກປະ​ຊາ​ຄົມ​ໂລກ​ກ່​ວາ​ອີກ ເພື່ອ​ປະ​ຕິ​ບັດ​ແຜນ​ຮ່າງ​ລະ​ອຽດ, ບັນ​ດາ​ເນື້ອ​ໃນ​ລະ​ອຽດ ເຮັດ​ແນວ​ໃດ​ເພື​່ອ​ບັນ​ລຸ​ຄາດ​ໝາຍ​ຂອງ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມຸນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາກ​ະ​ສິ​ກຳ​ແບບ​ຍືນ​ຍົງ​​ເຊິ່ງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ໄດ້ອາ​ນຸ​ມັດ​ຜ່ານ​ແລ້ວ

 


ຂ່າວ/ບົດ​ອື່ນ