ຫວຽດນາມພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດເຮັດສຳເລັດໜ້າທີ່

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຮັບຜິດຊອບຂອງຕົນ ໃນຖານະເປັນເອກອັກຄະລັດຖະທູດປະຈຳຫວຽດນາມ

ຫວຽດນາມພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດເຮັດສຳເລັດໜ້າທີ່ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ

 ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ)

ຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັງານປະທານປະເທດ, ເອກອັກຄະລັດຖະທູດບັນດາປະເທດຄື: ສ.ບຸນກາຣີ, ສ.ອີຕາລີ, ສ.ບຣາຊິນ, ສ.ຕຸນີຊີ, ສ.ອາຍເຊີແລນ, ເລໂຊໂທ, ສ.ອາຣັບ ຊີຣີ, ສ.ເບນິນ, ສ.ມານຕ້າ, ສ.ການາ ໄດ້ເຂົ້າຍືນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມປະຈຳສສ.ຫວຽດນາມ. ພາຍຫຼັງພິທີຍືນສານຕາຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຫວັງວ່າ, ໃນຖານະຕຳແໜ່ງປະຕິບັດງານຂອງຕົນ, ບັນດາເອກອັກຄະລັດຖະທູດຈົ່ງກຳແໜ້ນສະພາບການໂດຍໄວ, ເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງຫວຽດນາມ ແລະ ບັນດາປະເທດ ເຊິ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຮັບຜິດຊອບຂອງຕົນ ໃນຖານະເປັນເອກອັກຄະລັດຖະທູດປະຈຳຫວຽດນາມ; ອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດ ເຊິ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າ ໃຫ້ນັບມື້ນັບພັດທະນາຢ່າງດີງາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຂອງຕົນ, ສ້າງຂີດໝາຍອັນດີງາມໃນອາຍຸການປະຕິບັດງານຂອງຕົນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ