ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດແອັດສະປາຍ

(VOVWORLD) -ໂດຍນອນໃນຂອບເຂດການຢ້ຽມຢາມແອັດສະປາຍ, ຕອນບ່າຍວັນທີ 23 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າເຝົ້າເຈົ້າຊີວິດແອັດສະປາຍ Felipe VI. 

ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດແອັດສະປາຍ - ảnh 1 (ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ

ເຂົ້າເຝົ້າເຈົ້າຊີວິດແອັດສະປາຍ Felipe VI)

ທີ່ການເຂົ້າເຝົ້າເຈົ້າ, ຊີວິດ Felipe VI ໄດ້ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ, ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງປ່ຽນແປງໃໝ່; ຢືນຢັນວ່າ ແອັດສະປາຍ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີ - ປາຊີຟິກ ແລະ ຢືນຢັນວ່າ, ແອັດສະປາຍ ສະໜັບສະໜູນຫວຽດນາມ ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງໃຫ້ສູງກວ່າຢູ່ພາກພື້ນ ແລະ ບົນເວທີສາກົນ.

        ໃນການພົບປະແລກປ່ຽນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງເລື່ອງຫວຽດນາມ ແລະ ແອດສະປາຍ ຈັດຕັ້ງການພົບປະເປັນປະຈຳ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສຫຼາຍຝ່າຍ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ວົງເງິນການຄ້າຫວຽດນາມ - ແອດສະປາຍ ໄດ້ເພີ່ມຂຶ້ນແຕ່ 15% - 20% ໃນແຕ່ລະປີໃນຊຸມປີມໍ່ໆມານີ້ ໄດ້ຊີ້ໃຫ້ເຫັນວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດແອັດສະປາຍ ເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືແອັດສະປາຍ Alfonso Dastis. 2 ຝ່າຍເຫັນດີນຳກັນນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ຂຶ້ນເຖິງ 5 ຕື້ ເອີໂລ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ