ຫວຽດນາມພ້ອມແລ້ວທີ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດເຂດKyushuພັດທະນາຢູ່ຫວຽດນາມ

ຫວຽດນາມພ້ອມແລ້ວທີ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດເຂດKyushuພັດທະນາຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 24/2, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ບັນດາ​ອົງການ​ເສດຖະກິດ​ເຂດ Kyushu, ຍີ່ປຸ່ນ ​ໂດຍ​ທ່ານ Aso Yutada, ປະທານ​ສະຫະພັນ​ເປັນ​ຫົວໜ້າ​ຄະນະ ຊຶ່ງ​ໄດ້ນຳ​ໜ້າ​ວິ​ສາ​ຫະກິດ 50 ​ແຫ່ງ ມາ​ຊອກ​ຮູ້​ກາລະ​ໂອກ​າດລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທີ​່ການ​ຕ້ອນຮັບ, ທ່ານ​ປະທາ​ນປະ​ເທດ ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ເຂດ​ເສດຖະກິດ Kyushu, ພ້ອມ​ທັງ​ຖື​ວ່າ: ຄວາມ​ສາມາດ​ບົ່​ມຊ້ອນ​ຮ່ວມ​ມື​ລະ​ຫວ່າງ​ເຂດ Kyushu ​ແລະ ຫວຽດນາມ ຍັງ​ໃຫຍ່​ຫຼວງ​ຢູ່. ທ່ານ​ປະທານ​ປະ​ເທດ ຖື​ວ່າ: ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຈະ​ເປີດ​ກ້ວາງ​ການ​ຊອກ​ຫາ​ກາລະ​ໂອກາດ​ຢູ່​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ ຍີ່ປຸ່ນ ​ໃນ​ນັ້ນ​ມີ​ເຂດ​ເສດຖະກິດ Kyushu, ພ້ອມ​ທັງ​ຢັ້ງຢືນ ຫວຽດນາມ ກຽມ​ພ້ອມ​ໃນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຜັນ​ຂະຫຍາຍ​ໃນ​ເຂດ​ອຸດສາຫະກຳ​ທີ່​ມີ​ຢູ່​ແລ້ວ ຫຼື ກໍ່ສ​້າ​ງ​ເຂດ​​ສະ​ເພາະ​ໃຫ້​ເຂດ Kyushu.ກ່ຽວ​ກັບ​ກາ​ນຮ່ວມ​ມື​ດ້ານ​ກະສິ​ກຳ, ສິນ​ໃນ​ນຳ້, ບັນດາ​ວິ​ສາ​ຫະກິດ ​ເຂ​ດ Kyushu ອາດ​ຈະ​ນ​​ຳບັນດາ​ວິ​ສາ​ຫະກິດ​ມີ​ເຕັກ​ໂນ​ໂລ​ຢີກ້າວໜ້າ​ເຂົ້າ​ນຳ​ໃຊ້​​ໃນ​ການ​ຜະລິດ​ຢູ່ ຫວຽດນາມ ທັງ​ຈຳໜ່າຍ​ຢູ່​ຫວຽດນາມ ທັງສົ່ງ​ອອກ​ໄປ ຍີ່ປຸ່ນ.

        ສ່ວນ​ທ່ານປະທານ​ສະຫະພັນ​ບັນດາ​ອົງການ​​ເສດຖະກິດ​ເຂດ Kyushu Aso Yutada ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ ​ແລະ ຮ່ວ​ມມື​ໃນ​ການ​ຜະລິດ​ກະສິກຳ, ສິນ​​ໃນ​ນຳ້. ຍີ່ປຸ່ນ ກໍ​ກຽມ​ພ້ອມ​ໃນ​ການ​ຮັບ​ຄົນ​ງານ ຫວຽດນາມ ກໍ່​ຄື​ຮ່ວມ​ມື​ກໍ່​ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ພັດທະນາ​ຂອງ​ 2 ປະ​ເທດ.

                                       



ຂ່າວ/ບົດ​ອື່ນ