ຫວຽດນາມພ້ອມແລ້ວທີ່ຮ່ວມມືກັບກຳລັງປະຕິບັດກົດໝາຍປະເທດຕ່າງໆເພື່ອຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳ
![ຫວຽດນາມພ້ອມແລ້ວທີ່ຮ່ວມມືກັບກຳລັງປະຕິບັດກົດໝາຍປະເທດຕ່າງໆເພື່ອຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_04_14/bo-truong-tran-dai-quang-1428928970636.jpg)
ທ່ານ ເຈີ່ນດ້າຍກວາງ ທີ່ກອງປະຊຸມ
(ພາບ: vtv.vn)
|
(vovworld) – ທີ່ການປະຊຸມດ້ວຍຫົວຂໍ້ວ່າ “ບັນດາຄວາມມານະພະຍາຍາມຂອງກຳລັງປະຕິບັດກົດໝາຍທົ່ວໂລກໃນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ”, ຈັດຂຶ້ນໃນວັນທີ 13/4, ຢູ່ສິງກາໂປ, ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ, ພົນເອກ ເຈີ່ນດ້າຍກວາງ ສະເໜີໃຫ້ Interpol ມີກົນໄກເຄື່ອນໄຫວຢ່າງແໜ້ນແຟ້ນ, ມີໄຫວພິບເພື່ອໜູນຊ່ວຍກຳລັງປະຕິບັດກົດໝາຍຂອງບັນດາປະເທດສະມາຊິກຍົກສູງປະສິດທິຜົນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍ ອີນເຕີເນັດ, ພິເສດແມ່ນໃນການສົມທົບກັນຕໍ່ສູ້ແກ້ໄຂບັນດາການກະທຳລະເມີດກົດໝາຍຂ້າມຊາດ. ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ຫວັງວ່າ: ກຳບັວປະຕິບັດກົດໝາຍທົ່ວໂລກຢູ່ ສິງກາໂປ ຈະກາຍເປັນສູນປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດອັນດັບໜຶ່ງຂອງກຳລັງປະຕິບັດກົດໝາຍໃນທົ່ວໂລກ. ທ່ານກໍ່ສະເໜີປະເທດຕ່າງໆກໍ່ຄືອົງການ Interpol ແບ່ງປັນຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວຂອງອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ແລກປ່ຽນບົດຮຽນໃນການຕໍ່ສູ້ສະກັດກັ້ນອາດຊະຍາກຳປະເພດນີ້ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ, ຝຶກອົບຮົມໃຫ້ບັນດາພະນັກງານປະຕິບັດກົດໝາຍ… ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືກັບກຳລັງປະຕິບັດກົດໝາຍປະເທດຕ່າງໆ, ບັນດາອົງການສາກົນໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳມີການຈັດຕັ້ງ, ອາຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດ.