ຫວຽດ​ນາມ​ມີ​ຜະ​ລິດ​ຕະ​ພັນ OCOP 3.200 ​ຊະ​ນິດ

(VOVWORLD) -ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການຜັນຂະຫຍາຍໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ປີ 2020, ບັນດາທ້ອງຖິ່ນຕີລາຄາ, ຈັດອັນດັບ ແລະ ຮັບຮອງເອົາຜະລິດຕະພັນ 3200 ຊະນິດ, ເກີນຄາດໝາຍ 800 ຊະນິດເມື່ອທຽບໃສ່ກັບແຜນການວາງອອກ.
ຫວຽດ​ນາມ​ມີ​ຜະ​ລິດ​ຕະ​ພັນ OCOP 3.200 ​ຊະ​ນິດ - ảnh 1ພາບປະກອບ: TTXVN

ໂຄງການ OCOP ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ ມີການພັດທະນາຢ່າງແຮງ. ການພັດທະນາບັນດາຜະລິດຕະພັນປາຍແຫຼມຂອງທ້ອງຖິ່ນໄດ້ຊຸກຍູ້ຂະແໜງ, ອາຊີບ ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນເຂດຊົນນະບົດ. ບັນດາຜະລິດຕະພັນ OCOP ໄດ້ມີການເຊື່ອມຕໍ່ຊັບພະຍາກອນທ້ອງຖິ່ນ, ວັດທະນະທຳພື້ນເມືອງກັບການໝູນໃຊ້ວິທະຍາສາດ ເຕັກໂນໂລຢີເຂົ້າໃນການສ້າງຜະລິດຕະພັນທີ່ມີຫຼາຍຮູບຫຼາຍສີ, ມີຄຸນນະພາບດີ, ຮູບແບບສິນຄ້າດີງາມ, ມີຕົ້ນກຳເນີດຢ່າງຈະແຈ້ງ. ຮອດໝົດປີ 2020, ທົ່ວປະເທດມີ 63 ແຂວງ, ນະຄອນ ໄດ້ອະນຸມັດຜ່ານແຜນຮ່າງ, ແຜນການ OCOP ຂັ້ນແຂວງ. ຈຳນວນທ້ອງຖິ່ນເຂົ້າຮ່ວມ, ປະລິມານ, ຄຸນນະພາບຜະລິດຕະພັນ OCOP ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປີ 2021, ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ ຈະສູ້ຊົນໃຫ້ມີຜະລິດຕະພັນປະມານ 4000 ຊະນິດບັນລຸໄດ້ມາດຖານ ຜະລິດຕະພັນ OCOP, ເພີ່ມຂຶ້ນ 800 ຊະນິດເມື່ອທຽບໃສ່ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ