ຫວຽດນາມ-ມາເລເຊຍຈະຍົກວົງເງິນການຄ້າໃຫ້ບັນລຸລະດັບ 20 ຕື້ USD ໂດຍໄວ

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ, ພາຍຫຼັງສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ພົບປະກັບວົງການສື່ມວນຊົນ. 2 ຝ່າຍໄດ້ເຫັນດີຊຸກຍູ້ວົງເງິນການຄ້າ 2 ຝ່າຍໃຫ້ບັນລຸລະດັບ 20 ຕື້ USD.
ຫວຽດນາມ-ມາເລເຊຍຈະຍົກວົງເງິນການຄ້າໃຫ້ບັນລຸລະດັບ 20 ຕື້ USD ໂດຍໄວ - ảnh 1

ເນັ້ນໜັກເຖິງຜົນສຳເລັດຂອງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືຮອບດ້ານໃນທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມມືກັນຢ່າງແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງດີງາມກ່ຽວກັບດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ປະຈຸບັນ, ວົງເງິນການຄ້າ 2 ສົ້ນບັນລຸຕົວເລກ 15 ຕື້ USD ແລະ ມາເລເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 8 ຂອງຫວຽດນາມ. ພວກຂ້າພະເຈົ້າຈະສູ້ຊົນນຳວົງເງິນການຄ້າໃຫ້ບັນລຸຕົວເລກ 20 ຕື້ USD, ພ້ອມກັນນັ້ນຊຸກຍູ້ການລົງທຶນໃນຫຼາຍຂົງເຂດເຊິ່ງ 2 ຝ່າຍລ້ວນແຕ່ມີທ່າແຮງ, ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ, ການຄ້າພັດທະນາຢ່າງແຮງໃນໄລຍະຈະມາເຖິງ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ໄດ້ເປັນເອກະພາບກັບທ່ານນາຍົກລັດຖະມົນຕີ Mahathir Mohamad ສົມທົບກັນເພື່ອຮັບມືກັບບັນດາການຜັນແປຂອງສະພາບການສາກົນຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າເສລີ ແລະ ເຊື່ອມໂຍງເຂົ້າກັບສາກົນ. ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສົ່ງເສີມການເປີດກວ້າງການສຳຫຼວດ, ຂຸດຄົ້ນນ້ຳມັນ; ມີກົນໄກທີ່ເໝາະສົມໃຫ້ຊາວປະມົງຂອງ 2 ປະເທດໃນການເຄື່ອນໄຫວຫາປາຖືກຕ້ອງຕາມກົດໝາຍ…

        ສ່ວນທ່ານນາຍົກລັດຖະມົນຕີ Mahathir Mohamad ເນັ້ນໜັກວ່າ:

        “ຂ້າພະເຈົ້າລໍຖ້າການປະຕິບັດບັນດາຂໍ້ຕົກລົງເຊິ່ງ 2 ຝ່າຍໄດ້ປຶກສາຫາລືທີ່ບັນດາກອງປະຊຸມວົງແຄບ ກໍຄືທີ່ການເຈລະຈາ. ກ່ຽວກັບດ້ານການຄ້າ 2 ຝ່າຍ, 2 ຝ່າຍລ້ວນແຕ່ປາດຖະໜາວ່າ ວົງເງິນການຄ້າຈະເພີ່ມທະວີຂຶ້ນຜ່ານເລື່ອງມາເລເຊຍ ນຳເຂົ້າສິນຄ້າຫຼາຍປະເພດຈາກຫວຽດນາມ ເພື່ອຫຼຸດຜ່ອນຄວາມດຸ່ນດ່ຽງໃນດຸນການຄ້າ. ຂ້າພະເຈົ້າໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມມາເລເຊຍ ເພື່ອສືບຕໍ່ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ”.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີນຳກັນຮ່ວມມືກັນຢ່າງແໜ້ນແຟ້ນພ້ອມກັບອາຊຽນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິກຳ, ບໍ່ນາບຂູ່ນຳໃຊ້ອາວຸດ ຫຼື ນຳໃຊ້ອາວຸດ, ບໍ່ຫັນເປັນການທະຫານ, ປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ເຂັ້ມງວດ, ສູ້ຊົນບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ ແລະ ມີຄວາມຜູກມັດດ້ານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ